ວັນທີ 11 ພະຈິກນີ້, ໜ່ວຍງານການແພດ “ຂະບວນລົດໄຟສັນຕິພາບ” ຈຳນວນ 150 ຄົນ ຂອງກອງທັບຈີນ ໄດ້ອອກເດີນທາງຈາກນະຄອນ ຈຸ່ງກິ່ງຂອງຈີນ ດ້ວຍລົດໄຟການແພດ ເພື່ອເຂົ້າ ຮ່ວມການຝຶກຊ້ອມຮ່ວມດ້ານການຊ່ວຍເຫຼືອ ການແພດມະນຸດສະທຳ ແລະ ກິດຈະກໍາບໍລິການ ທາງການແພດ ພາຍໃຕ້ຫົວຂໍ້ “ຂະບວນລົດໄຟ ສັນຕິພາບ 2024” ທີ່ຈະຈັດຂຶ້ນ ຢູ່ປະເທດລາວ ໃນທ້າຍເດືອນພະຈິກນີ້.
ການເຝິກຊ້ອມຮ່ວມຄັ້ງນີ້, ໜ່ວຍງານການແພດ ຈີນ ໄດ້ຖືເອົາໜ່ວຍງານການແພດທາງລົດໄຟ ຂອງມະຫາວິທະຍາໄລແພດສາດທະຫານບົກເປັນຫຼັກ ແລະ ປະສານສົມທົບກັບໂຮງໝໍໃຫຍ່ ຂອງກອງທັບປົດປ່ອຍປະຊາຊົນຈີນ, ໂຮງໝໍໃຫຍ່ ເຂດທະຫານພາກເໜືອ, ສຳນັກງານຕິດຕາມ ກວດກາຢາ ແລະ ອຸປະກອນຂອງກອງທະຫານ ຮັບປະກັນພະລາທິການປະສົມ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງເສນາຮັກກົມຮັບປະກັນພະລາທິການຄະນະກຳມະການການ ທະຫານສູນກາງຈີນແຈ້ງໃຫ້ຮູ້ວ່າ: ນີ້ແມ່ນການ ຝຶກຊ້ອມຮ່ວມ ລະຫວ່າງກອງທັບ ຈີນ-ລາວ ພາຍໃຕ້ຫົວຂໍ້ “ຂະບວນລົດໄຟສັນຕິພາບ” ຄັ້ງທີ 5, ຈຸດປະສົງ ເພື່ອປັບປຸງ ແລະ ຍົກສູງຄວາມ ສາມາດດ້ານການຮ່ວມກັນບັນຊາ ແລະ ຮ່ວມກັນ ຊ່ວຍເຫຼືອໃນວຽກງານພະລາທິການດ້ານເສນາຮັກ, ລົງເລິກການແລກປ່ຽນ ແລະ ການຮ່ວມມື ຢ່າງ ແທ້ຈິງ ລະຫວ່າງ ກອງທັບ ຈີນ-ລາວ ຕື່ມອີກ.
ຂ່າວ: CRI