Vientiane Times Lao
ລາວ ແລະ ຫວຽດນາມເຊັນບົດບັນທຶກຮ່ວມມື 14 ຂົງເຂດວຽກງານ

ລາວ ແລະ ຫວຽດນາມເຊັນບົດບັນທຶກຮ່ວມມື 14 ຂົງເຂດວຽກງານ

ສປປ ລາວ ແລະ ສສ ຫວຽດນາມໄດ້ມີການເຊັນບົດບັນທຶກຮ່ວມມື 14 ຂົງເຂດວຽກງານປະກອບມີ 7 ວຽກງານກ່ຽວກັບພາກລັດ ແລະ 7 ວຽກງານກ່ຽວກັບພາກເອກະຊົນ ຊຶ່ງ 7 ວຽກງານກ່ຽວກັບພາກລັດປະກອບມີ: ບົດບັນທຶກກ່ຽວກັບໂຄງການກໍ່ສ້າງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ແລະ ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ, ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງກະຊວງຍຸຕິທໍາລາວ ແລະ ຫວຽດນາມ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງກະຊວງ ປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ.

ສະເພາະ 7 ວຽກງານກ່ຽວກັບພາກເອກະຊົນ ປະກອບມີສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ສັນຍາການສໍາຫຼວດແຮ່ກົ່ວ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ເຂື່ອນໄຟຟ້ານ້ຳຕົກ ຢູ່ສາຍນ້ຳມ້າ ແຂວງຫົວພັນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານຳ້ອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 4, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຈຽນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟ ຟ້ານ້ຳເຊກອງ 5, ນ້ຳງ່ອນ 1 ແລະ ນ້ຳງ່ອນ 2 ແລະ ບົດບັນທຶກການຮ່ວມມືສຳຫຼວດ, ຂຸດຄົ້ນ ແລະ ແປຮູບແຮ່ທາດ.

ພິທີເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9 ສິງຫາ 2021 ທີ່ຜ່ານມາ ຢູ່ສໍານັກງານປະທານປະເທດ (ຫໍຄໍາ) ໂດຍການເປັນສັກຂີພິຍານຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງ ພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ.

Related Articles

Leave a Reply