Vientiane Times Lao
ລາວ-ໄທ ເປີດທົດລອງແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດ

ລາວ-ໄທ ເປີດທົດລອງແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດ

ລັດວິສາຫະກິດລົດໄຟແຫ່ງຊາດລາວ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ການລົດໄຟ ແຫ່ງ ປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດ ສປປ ລາວ ເພື່ອກວດກາດ້ານເຕັກນິກ ໃນລະຫວ່າງວັນທີ 14-17 ພຶດສະພາ 2024, ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນ ເຊິ່ງເລີ່ມແຕ່ເວລາ 8:30-15:30 ໂມງ.

ການທົດລອງແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດ ແມ່ນເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟ ຄົນລາວ ໂດຍໄດ້ສະຫຼັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ຊຶ່ງຄົນຂັບລົດໄຟ ຄົນໄທ ມາຈອດຢູ່ສະຖານີທ່ານາແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວ ຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ.

ການທົດລອງແລ່ນລົດໄຟ ຄັ້ງນີ້ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ການເປີດໃຫ້ບໍລິການ ແຕ່ສະຖານີໜອງຄາຍ ຣາຊະອານາຈັກໄທ ຫາ ສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຊຶ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການ ພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟ ຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນຄຳສະຫວາດ.

ແຫຼ່ງຂ່າວ: ຂປລ

Related Articles

Leave a Reply