ກຽມພ້ອມສຳລັບການເປີດຕົວຄັ້ງຍິ່ງໃຫຍ່ຂອງ ລິມປິງ ຊຸບເປີມາເກັດ, ສາຂາ ໂພນສີນວນ, ເຊິ່ງຈະຈັດຂຶ້ນໃນວັນທີ 24 ມີນາ 2023 ທີ່ຈະມາເຖິງນີ້, ທີ່ໃຈກາງນະຄອນຫຼວງວຽງຈັນ.
ຊຸບເປີມາເກັດສຸດຫຼູ ທີ່ສະດວກສຳລັບການດໍາລົງຊີວິດໃນຕົວເມືອງ ພ້ອມທີ່ຈະມອບປະສົບການການຊັອບປິ້ງທີ່ຫາໃສປຽບບໍ່ໄດ້ ໃຫ້ແກ່ຊາວລາວ ຜູ້ທີ່ກໍາລັງຊອກຫາຜະລິດຕະພັນ ລະດັບພຣີມ້ຽມ ເຊິ່ງ ລິມປິງ ໄດ້ຂົນເອົາຜະລິດຕະພັນນໍາເຂົ້າຈາກທົ່ວທຸກມຸມໂລກມາໄວ້ ບໍ່ວ່າຈະເປັນ ໝາກໄມ້ຊັ້ນເລີດ, ຜັກສົດ, ຊີ້ນ, ອາຫານທະເລ ແລະ ອາຫານແປຮູບຕ່າງໆ.
ແລະເພື່ອເປັນການສະເຫຼີມສະຫຼອງວາລະອັນແສນພິເສດນີ້, ງານເປີດຕົວດັ່ງກ່າວຈະຖືກຈັດຂຶ້ນເປັນເວລາ 3 ມື້ ຕັ້ງແຕ່ວັນທີ 24 ຫາ 26 ມີນາ 2023 ນີ້, ໂດຍເລີ່ມຕັ້ງແຕ່ເວລາ 10:00 ຫາ 19:00 ໂມງ, ເຊິ່ງທ່ານສາມາດຮ່ວມເພີດເພີນໄປກັບ “ຕະຫຼາດ ຟາມສຸກ ລິມປິງ” ຫຼື “Rimping Farmer Market Fair” ເຊິ່ງຈະມີຜະລິດຕະພັນຊັ້ນເລີດມາໃຫ້ທ່ານໄດ້ທົດລອງຊິມ, ມ່ວນຊື່ນໄປກັບສຽງດົນຕີ ແລະ ກິດຈະກຳສຳລັບເດັກນ້ອຍ, ຖ່າຍຮຸບຟຣີ, ຕະຫຼອດເຖິງພະນັກງານທີ່ເປັນມິດ ທີ່ພ້ອມມອບການບໍລິການທີ່ດີທີ່ສຸດແກ່ທ່ານຕະຫຼອດງານ.
ທ່ານສາມາດຕິດຕາມການເຄື່ອນໄຫວແບບໃກ້ຊິດໄດ້ທີ່ເພຈເຟສບຸກ: Rimping Supermarket Laos
ແລະ ຢ່າລືມມາພົບກັບພວກເຮົາທີ່ ລິມປິງ ຊຸບເປີມາເກັດ, ສາຂາ ໂພນສີນວນ ໃນວັນສຸກ ທີ 24 ຫາ ວັນອາທິດ ທີ 26 ມີນາ 2023 ນີ້ເດີ້. ພວກເຮົາພ້ອມແລ້ວທີ່ຈະໃຫ້ບໍລິການທ່ານ!