ທະນາຄານແຫ່ງ ສປປ ລາວ (ທຫລ) ກຽມເບີກ-ຈ່າຍຄືນເງິນຝາກໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໃນໄວໆນີ້ ພາຍຫຼັງທີ່ທະນາຄານລາວກໍ່ສ້າງ ຈໍາກັດ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງໃນທ້າຍປີ 2019 ທີ່ຜ່ານມາ ແລະ ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ ໄດ້ເຂົ້າມາຮັບຜິດຊອບເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວ.
ສຳລັບການຈ່າຍຄືນເງິນຝາກ ແມ່ນອີງຕາມຈໍານວນເງິນຕົວຈິງ ທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນ ຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກ ຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານ ການຄ້າຕ່າງປະ ເທດລາວ ມະຫາຊົນ, ທະ ນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອ ແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.
ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ໃນການຮັບເງິນຄືນດັ່ງກ່າວນັ້ນ, ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸລະກິດຂອງລັດແລ້ວ ກໍ່ໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາ ຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນ ໃຫ້ກຽມເອກະສານ ເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກ ຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼື ປຶ້ມ ສໍາມະໂນຄົວ), ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດເງິນຝາກນໍາທະນາຄານທຸລະກິດ ຂອງລັດ ໂດຍແຈ້ງຈຸດປະສົງຂອງການເປີດບັນຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນ ທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ ແລະ ໃຫ້ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນ ທີ່ທະນາ ຄານ ລາວກໍ່ສ້າງ ຈໍາກັດ ນັບແຕ່ວັນທີ 12 – 30 ກໍລະກົດ 2021.
ທ່ານ ອາລຸນ ບຸນຍົງ ໃຫ້ຮູ້ຕື່ມວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນ ຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກຂອງລູກຄ້າພ້ອມກັນທັງໝົດ ຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສຳເລັດພາຍຫຼັງ ທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ຊຶ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້, ຫາກລູກຄ້າທີ່ຝາກເງິນຢູ່ ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຕ້ອງການຂໍ້ມູນເພີ່ມຕື່ມສາມາດໂທຕິດຕໍ່ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກຂອງ ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 9338065; 030 9335094 ຕາມໂມງລັດຖະການ ແລະ ຂໍໃຫ້ທຸກທ່ານຈົ່ງປະຕິບັດຕາມມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ຂ່າວ: ຣັດສະໝີ ດວງສັດຈະ