ໃນວັນທີ 15 ກຸມພາ 2025 ເວລາ 14:30 ນາທີ, ທ້າວ ສິນ (ຜູ້ກໍ່ເຫດ) ອາຍຸ 40 ປີ ບ້ານວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ ໄດ້ດື່ມເຫຼົ້າ ກັບຄົນບ້ານດຽວກັນຈົນເມົາ, ແລ້ວເກີດເຫດຜິດຖຽງກັນ ກັບນາງ ຈັນໄທ ອາຍຸ 68 ປີ (ຜູ້ເປັນແມ່) ແລ້ວ ທ້າວ ສິນ ໄດ້ທຳຮ້າຍຮ່າງກາຍ ນາງ ຈັນໄທ ໂດຍໃຊ້ງ່າກົກລຳໄຍ ຍາວປະມານ 50 ຊັງຕີແມັດ ຕີໃສ່ງ່ອນ ຂອງນາງ ຈັນໄທ ຈົນເຮັດໃຫ້ຫົວແຕກ.
ເຈົ້າໜ້າທີ່ ປກສ ແຂວງສາລະວັນ ໄດ້ລາຍງານ ວ່າ: ພາຍຫຼັງເກີດເຫດທຳຮ້າຍຮ່າງກາຍ ໂດຍໃຊ້ງ່າກົກລຳໄຍ ຕີໃສ່ງ່ອນ ນາງ ຈັນໄທ, ທ້າວ ສິນ ກໍໄດ້ຍ່າງອອກຈາກເຮືອນໄປ, ຕໍ່ມາຫຼານຂອງແມ່ເຖົ້າ ຈັນໄທ ມາເຫັນແລ້ວຮ້ອງບອກພໍ່-ແມ່ ແລ້ວພາ ນາງ ຈັນໄທ ໄປໂຮງໝໍ ແຕ່ກໍ່ບໍ່ສາມາດຊ່ວຍຊີວິດໄດ້ ຍ້ອນທົນພິດບາດແຜບໍ່ໄຫວ, ພ້ອມນັ້ນ ເຈົ້າໜ້າທີ່ ໄດ້ຈັບຕົວຜູ້ກໍ່ເຫດມາສອບສວນ ແລະ ດຳເນີນຄະດີຕາມກົດໝາຍ.
ຜ່ານມາ, ທ້າວ ສິນ ແມ່ນຕິດຢາເສບຕິດຢ່າງຮຸນແຮງ, ອາລະວາດຄອບຄົວ, ເຄີຍຈູດເຮືອນຕົນເອງ ແລະ ເຄີຍຖືກດັດສ້າງທີ່ສູນບຳບັດ ຢູ່ບັງເຍາະ 01ຄັ້ງ ແລະ ໄປບຳບັດ ຢູ່ຄ້າຍຄຸມຂັງນາໄຊ 01 ຄັ້ງ.
ທີ່ມາ: ຄວາມສະຫງົບ