Vientiane Times Lao
 ລົດເມດ່ວນ BRT ຖືກສົ່ງເຂົ້າມາລາວ ດ້ວຍລົດໄຟລາວ-ຈີນ

 ລົດເມດ່ວນ BRT ຖືກສົ່ງເຂົ້າມາລາວ ດ້ວຍລົດໄຟລາວ-ຈີນ

ໃນວັນທີ 28 ຕຸລານີ້ ລົດເມພະລັງງານໃໝ່ BRT ຊຸດທໍາອິດ ຈໍານວນ 28 ຄັນ ທີ່ຈະຂົນສົ່ງມາຍັງນະຄອນຫຼວງວຽງຈັນ ສປປ ລາວ ໄດ້ເດີນທາງອອກຈາກທ່າບົກລົດໄຟສາກົນຕູລາຢີງ ໃນເມືອງກຸ້ຍຢ໋າງ ແຂວງກຸ້ຍໂຈ່ ສປ ຈີນ ເຊິ່ງຈະເດີນທາງເຂົ້າມາລາວ ດ້ວຍທາງລົດໄຟລາວ-ຈີນ ຜ່ານດ່ານທາງລົດໄຟສາກົນບໍ່ເຕ່ນ ແລະ ຄາດວ່າ ຈະມາຮອດສະຖານີວຽງຈັນໃຕ້ ພາຍໃນ 7 ວັນ. ສ່ວນລົດເມ ຊຸດທີສອງ ອີກຈຳນວນ 27 ຄັນ ແມ່ນຈະອອກເດີນທາງມາລາວໃນໄວໆນີ້.

ຂ່າວ: CRI

Related Articles

Leave a Reply