ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟີລິບປິນ ໄດ້ເຜີຍແຜ່ຂໍ້ມູນສະແດງໃຫ້ເຫັນວ່າ: ໄລຍະມໍ່ໆມານີ້, ລົມພາຍຸ ໂຕຣາຈິ, ອູຊາກິ ແລະ ມານຢີ ໄດ້ພັດຖະຫຼົ່ມຟີລິບປິນ ຕາມລຳດັບ. ນັບມາຮອດເວລາ 8 ໂມງ ຂອງວັນທີ 21 ພະຈິກນີ້, ຍ້ອນຄວາມແຮງຂອງລົມພາຍຸ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ, ຫາຍສາບສູນ 3 ຄົນ, ຫຼາຍກວ່າ 3.500.000 ຄົນ ໄດ້ຮັບຜົນກະທົບ.
ຂ່າວ: CRI