ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 16 ກໍລະກົດ 2021 ນີ້ວ່າ: ວັກຊິນເພື່ອສ້າງພູມຕ້ານທານປ້ອງກັນພະຍາດໂຄວິດ-19 ຊະນີດ johnson&johnson ຈຳນວນ 1.008.000 ໂດສທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ COVAX ຈະມາຮອດ ສປປລາວ ໃນຕອນບ່າຍ ຫຼື ຕອນແລງຂອງ ມື້ວັນທີ 16 ກໍລະກົດ 2021 ນີ້, ວັກຊິນ johnson&johnson ນີ້ເປັນວັກຊິນຊະນິດໃໝ່ສັກພຽງເຂັມດຽວກໍ່ສາມາດສ້າງພູມຕ້ານທານຕ້ານພະຍາດດັ່ງກ່າວໄດ້.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້ ທົ່ວປະເທດກຳລັງເລັ່ງສັກວັກຊິນເພື່ອສ້າງພູມຕ້ານທານຕ້ານ ພະຍາດດັ່ງກ່າວໃຫ້ປະຊາຊົນ ໂດຍມີປະຊາຊົນໃຫ້ຄວາມສົນໃຈມາສັກວັກຊິນເປັນຈຳນວນຫຼາຍ ນັ້ນມັນເປັນສັນຍານທີ່ດີໃນການຕື່ນຕົວປ້ອງກັນຕົວເອງຂອງປະຊາຊົນຈາກພະຍາດດັ່ງກ່າວນີ້ ໂດຍມີປະຊາຊົນຫຼາຍກວ່າ 1 ລ້ານຄົນທີ່ໄດ້ສັກເຂັມທີ 1 ແລ້ວ ແລະ ຫຼາຍກວ່າ 700. 000 ຄົນໄດ້ສັກເຂັມທີ 2.
ຂ່າວ: ວຽງຈັນທາຍ