Vientiane Times Lao
ວາງສີລາລືກໂຄງການກໍ່ສ້າງສໍານັກກອງຮ້ອຍ ທະຫານຊາຍແດນ 214 ກອງທັບປະຊາຊົນລາວ

ວາງສີລາລືກໂຄງການກໍ່ສ້າງສໍານັກກອງຮ້ອຍ ທະຫານຊາຍແດນ 214 ກອງທັບປະຊາຊົນລາວ

   ໂດຍປະຕິບັດຕາມແຜນການເຄື່ອນໄຫວຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2. ດັ່ງນັ້ນ, ໃນວັນທີ 23 ຕຸລາ 2024 ຜ່ານມານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານວັນຢາງ ກຳມະ ການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງສໍານັກກອງ ຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ ຊຶ່ງເປັນຂອງຂວັນຈາກກອງທັບປະຊາຊົນຫວຽດນາມ.

ສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ກອງຮ້ອຍທະຫານຊາຍແດນ 214 ປະກາດ ສ້າງຕັ້ງຂຶ້ນໃນວັນ 24 ສິງຫາ 2011 ຊຶ່ງໃນເມື່ອກ່ອນເປັນ ກອງຮ້ອຍປ້ອງກັນຊາຍແດນ ຂຶ້ນກັບກອງບັນຊາການ ທະຫານເມືອງສົບເບົາ ແຂວງຫົວພັນ. ຕໍ່ມາໃນປີ 2012 ກົມໃຫຍ່ເສນາທິການກອງທັບ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1026/ກສນ, ລົງວັນທີ 16 ກໍລະກົດ 2012 ວ່າດ້ວຍການຫັນເອົາກອງຮ້ອຍປ້ອງກັນຊາຍແດນ ຂອງ ບັນດາເມືອງລຽບຕາມຊາຍແດນ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງ. ສະນັ້ນ, ກອງບັນຊາການທະຫານແຂວງຫົວພັນ ຈຶ່ງຕົກລົງ ຫັນເອົາກອງຮ້ອຍທະຫານຊາຍແດນຈຳນວນ 8 ກອງ ຮ້ອຍ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງ ຊຶ່ງກອງຮ້ອຍທະຫານຊາຍ ແດນ 214 ກໍແມ່ນໜຶ່ງໃນ 8 ກົມກອງ ດັ່ງກ່າວ ຊຶ່ງມີ ສໍານັກຕັ້ງຢູ່ບ້ານປ້ອງ ເມືອງສົບເບົາ ແຂວງຫົວພັນ ເພື່ອຮັບປະກັນໃຫ້ແກ່ການຊີ້ນໍາບັນຊາ ກໍາລັງເຮັດໜ້າທີ່ ເຄື່ອນໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ໃຫ້ມີປະສິດທິ ຜົນ, ປະກອບສ່ວນສ້າງຊາຍແດນລາວ-ຫວຽດນາມ ໃຫ້ ເປັນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ. 

ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຟານວັນຢາງ ໄດ້ມີ ຄຳເຫັນຕໍ່ພິທີວ່າ: ໂຄງການກໍ່ສ້າງສຳນັກກອງຮ້ອຍທະ ຫານຊາຍແດນ 214 ກອງທັບປະຊາຊົນລາວ ຊຶ່ງແມ່ນ ໂຄງການໜຶ່ງທີ່ເປັນສັນຍາລັກ ລະຫວ່າງສອງກະຊວງປ້ອງ ກັນປະເທດ ທີ່ໄດ້ຮ່ວມມືຜັນຂະຫຍາຍໄດ້ໄລຍະທີ່ຜ່ານ ມາ. ສະແດງອອກເຖິງໄມຕີຈິດ, ມິດຕະພາບ ຄວາມສາ ມັກຄີຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສອງ ຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະແມ່ນ ວຽກງານການຮ່ວມມືປົກປັກຮັກສາຊາຍແດນ ເພື່ອຮັບ ປະກັນຄວາມໝັ້ນຄົງ ທາງດ້ານການເມືອງ, ສັງຄົມຢູ່ເຂດ ຊາຍແດນມີຄວາມເຂັ້ມແຂງ, ສ້າງເງື່ອນໄຂຄວາມສະດວກ, ຄວາມປອດໄພໃຫ້ແກ່ປະຊາຊົນໃນການຂົນສົ່ງສິນຄ້າ ແລະ ພັດທະນາເສດຖະ ກິດ-ສັງຄົມ ຂອງສອງປະເທດ.

ຈາກນັ້ນ, ສອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ກໍໄດ້ໃຫ້ກຽດຂຶ້ນມອບຂອງຂວັນທີ່ລະນຶກ ໃຫ້ກອງຮ້ອຍທະຫານຊາຍແດນ 214 ກອງທັບ ປະຊາຊົນລາວ ແລະ ກົດປຸ່ມ ເພື່ອວາງສີລາລືກ ໂຄງການ ກໍ່ສ້າງສໍານັກກອງຮ້ອຍດັ່ງກ່າວຢ່າງເປັນທາງການ.

ຂໍ້ມູນຂ່າວຈາກ: ປະຊາຊົນ

Related Articles

Leave a Reply