Vientiane Times Lao
ວິວັດທະນາການຂອງການຟ້ອນກ່ອນຈະເກິດມີເປັນການ “ຟ້ອນລໍາວົງ”

ວິວັດທະນາການຂອງການຟ້ອນກ່ອນຈະເກິດມີເປັນການ “ຟ້ອນລໍາວົງ”

ສິລະປະການຟ້ອນ ແລະ ແບບຟ້ອນທີ່ຫຼາກຫຼາຍຂອງ ສປປ ລາວ ນີ້ ແມ່ນກຳເນີດມາຈາກການອອກແຮງງານທີ່ຕິດພັນກັບຄວາມເຊື່ອ, ພິທີກໍາ, ປະເພນີ ແລະ ວິຖີການດຳລົງຊີວິດ ຂອງ​ປະ​ຊາ​ຊົນລາວບັນດາເຜົ່າລວມທັງຈຸດພິເສດສະພາບແວດລ້ອມທໍາມະຊາດອ້ອມຂ້າງທີ່ເອື້ອອຳນວຍ ເຊັ່ນ: ​ການ​ລ້ຽງ​ຜີ​ຟ້າ-​ຜີ​ແຖນ, ການລ້ຽງຜີບ້ານ-ຜີບັນພະບຸລຸດ, ການຟ້ອນປູ່ເຍີ, ຍ່າເຍີ-ສິງແກ້ວ-ສິງຄໍາ, ການ​ໄຫວ້​​ຫໍຫຼັກ​ເມືອງ​, ການ​ລົງ​ຂວ່າງ, ການບວງ​ສວງ, ການເຢົາ, ການປິ່ນປົວທາງໄສຍະສາດ, ງານ​ມະ​ໂຫລະ​ສົບ​ຄົບ​ງັນໃນບຸນປະເພນີ.

ແຕ່ເດີມການຟ້ອນແມ່ນເພື່ອປະກອບພິທິກໍາໃດໜຶ່ງ ເຊິ່ງສະແດງອອກຜ່ານຮູບພາບທີ່ສະຫຼັກຢູ່ຕາມໜ້າຄ້ອງບ້າງທີ່ມີອາຍຸ 2.500-3.000 ປີຜ່ານມາ. ພາຍໃຕ້ຂະບວນການວິວັດທະນາທາງດ້ານວັດທະນະທຳ-ສັງຄົມ ຊື່ງໄດ້ຮັບອິດທິພົນ ແລະ ຜົນສະທ້ອນຈາກການພັດທະນາທາງດ້ານເສດຖະກິດ ການຟ້ອນຈຶ່ງເກິດມີການຂະຫຍາຍຫຼາກຫຼາຍຮູບແບບ ແລະ ໃນຫຼາກຫຼາຍກາລະໂອກາດ.

ຟ້ອນລຳວົງລາວ ແມ່ນສິລະປະການສະແດງປະເພດໜຶ່ງທີ່ສືບທອດກັນມາແຕ່ບູຮານນະການ.ຕາມປະເພນີການບອກ​ເລົ່າຂານກັນແຕ່ນານມານັ້ນແມ່ນການຟ້ອນມ່ວນຊື່ນສາມັກຄີ ສະເຫຼີມສະຫຼອງຜົນຂອງການເກັບກ່ຽວຂອງຊາວຜູ້ອອກແຮງງານ, ການສະແດງອອກເຖິງຄວາມສາມັກຄີປອງດອງ ຄວາມມີນໍ້າໃຈ ເອື້ອອາທອນ ເອື້ອເຟື້ອເພື່ອແຜ່ ຊື່ງກັນ ແລະ ກັນ ການຮູ້ແບ່ງປັນຊ່ວຍເກື້ອໜູນແຮງງານດ້ວຍຄວາມໂອບອ້ອມອາລີ ບໍລິສຸດໃຈຕໍ່ກັນ ຂອງປະຊາຊົນລາວ.

ຟ້ອນລຳວົງລາວ ຍັງເປັນການສະແດງ ຄວາມຂອບໃຈ ຮູ້ບຸນຄຸນ ດ້ວຍການເຊື້ອເຊີນອອກມາເປັນຄູ່ຟ້ອນ ຄູ່ຮ້ອງ ຕາມທຳ ນອງ ຈັ່ງຫວະ ຈາກສຽງ ການໂຮ່ຮ້ອງ ມ່ວນຊື່ນລື່ນເລີງ ດ້ວຍການ ຕີ ເຄາະ ເຄື່ອງໄມ້ ເຄື່ອງມືຂອງຊາວໄຮ່ ຊາວນາ ດ້ວຍບາດກ້າວເດີນໄປພ້ອມໆກັນກັບການຍໍແຂນແອ່ນຟ້ອນ ເປັນຈັ່ງຫວະ ບວກໃສ່ກັບ ການເຄື່ອນໄຫວຕີເປັນວົງລ້ອມ ກອງເຂົ້າ ກອງເຟືອງ ສາງເຂົ້າ ແລະ ອື່ນໆ,ຈື່ງສຶບທອດກັນມາເປັນປະເພນີການ ຟ້ອນເປັນວົງ ຂອງຊຸມຊົນເຊື້ອຊາດລາວ.

ຄຽງຄູ່ກັບການປະຍຸກສຽງຂັບສຽງລໍາປະສົມປະສານເຂົ້າກັບເຄື່ອງດົນຕີທີ່ຫຼາກຫຼາຍ. ຈາກການຟ້ອນດັ້ງເດີມ ຟ້ອນນາຕະສິນ ແລະ ຟ້ອນລໍາວົງປະກອບມີ 08 ທ່າມາດຕະຖານຄື: ທ່າເຊີນຊວນ, ໂຄ້ງນາງ, ຄຽງນາງ, ຖອຍເພື່ອກ້າວ, ກະຕ່າຍໝ່າຍຈັນ, ສະຫຼັບຟັນປາ, ນົກແອ່ນເຈີດ ແລະ ສີດາລຽບຫາດ ໂດຍມີການເຝິກຊ້ອມ ຮຽນແອບຟ້ອນໃຫ້ເຂົ້າກັນເປັນຄູ່ຢ່າງງົດງາມ.

ການຟ້ອນ ນາຕະສິນ, ການຟ້ອນລຳວົງລາວແຕ່ດັ້ງເດີມ ປະກອບມີ 08 ທ່າມາດຕະຖານຄື: ທ່າເຊີນຊວນ, ໂຄ້ງນາງ, ຄຽງນາງ, ຖອຍເພື່ອກ້າວ, ກະຕ່າຍໝ່າຍຈັນ, ສະຫຼັບຟັນປາ, ນົກແອ່ນເຈີດ ແລະ ສີດາລຽບຫາດ ໂດຍມີການເຝິກຊ້ອມ ຮຽນແອບຟ້ອນໃຫ້ເຂົ້າກັນເປັນຄູ່ຢ່າງງົດງາມ.

ໃນນີ້, ພິເສດການຟ້ອນລໍາວົງລາວໄດ້ມີການວິວັດທະນາໂດຍຜ່ານຂະບວນການຕໍ່ສູ້ກູ້ຊາດ ເປັນເຄື່ອງມືໃນການປຸກລະດົມ ແລະ ຢ່າງຟົດຟື້ນນັບແຕ່ຊຸມປີ 1946 ເປັນຕົ້ນມາດ້ວຍສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆທີ່ເອື້ອອຳນວຍຊຶ່ງ ຕໍ່ມາໄດ້ມີການປະສົມປະສານກັນລະຫວ່າງການຟ້ອນລໍາລົງແບບດັ້ງເດີມ ແລະ ການຟ້ອນລໍາວົງໃສ່ກັບການຂັບ-ລໍາຂອງແຕ່ລະທ້ອງຖິ່ນຈື່ງເກິດມາເປັນການຟ້ອນລໍາວົງຮູບແບບມວນຊົນເຊັ່ນ: ການ​ສະເຫຼີມສະຫຼອງຊົມເຊີຍຜົນສຳເລັດຂອງການອອກແຮງງານ, ໃນ​ໂອ​ກາດ​ ວັນສຳ​ຄັນ​ຕ່າງໆ ແລະ ອື່ນໆ. ການຟ້ອນລໍາວົງມວນຊົນປະກອບມີ 08 ຈັງຫວະຄື:

1) ຈັ່ງຫວະຟ້ອນລຳວົງລາວຈັງຫວະເຊີນຊວນ,

2) ຈັງຫວະລຳສີພັນດອນ,

3) ຈັງຫວະຕັ່ງຫວາຍ,

4) ຈັງຫວະຂັບທຸ້ມຫຼວງພະບາງ,

5) ຈັງຫວະລຳສາລະວັນ,

6) ຈັງຫວະສະຫຼັບຟັນປາ,

7) ຈັງຫວະລຳຄອນສະຫວັນ

8) ແລະ ຈັງຫວະລຳມະຫາໄຊ ເຊິ່ງເປັນການຟ້ອນລໍາວົງລາວທີ່ນິຍົມໃນປັດຈຸບັນເຊັ່ນ:ຟ້ອນຕ້ອນຮັບແຂກສຳຄັນ, ຟ້ອນໃນພິທີແຕ່ງດອງ, ພິທີພົບປະສັງສັນຕ້ອນຮັບວັນຂຶ້ນປີໃໝ່ ແລະ ງານບຸນປະເພນີປະຈໍາບ້ານ, ເມືອງ, ແຂວງ ແລະ ໃນລະດັບປະເທດ.

ຟ້ອນລຳວົງລາວ” ຍັງເປັນຂວັນກຳລັງໃຈໃນພາລະກິດຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານ ແລະ ສຶບຕໍ່ໃນສະໜາມຮົບວັດທະນະທຳໃນໄລຍະປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຟ້ອນລຳວົງລາວ” ຈື່ງກາຍເປັນໜື່ງໃນການສະແດງອອກເຖິງວີ​ຖີ​ຊີ​ວິດຂອງປະຊາຊົນບັນດາເຜົ່າຊາວຜູ້ອອກແຮງງານທີ່ໄດ້ສະສົມ​ເປັນເອກະລັກໄປຕາມແຕ່ລະທ້ອງຖີ່ນ​, ໄດ້​ຮັບ​ການຖ່າຍທອດຈາກບັນພະບູລຸດ ແລະ ສືບທອດຈາກ ຮຸ່ນຄົນໜຶ່ງສູ່​ຮຸ່ນຄົນໜຶ່ງຢ່າງຕໍ່ເນື່ອງ ແລະ ​ໄດ້​ຮັບ​ການ​ປະ​ດິດ​ແຕ່ງ, ປັບ​ປຸງ​ ແລະ ​ດັດ​ປັບ​ໃຫ້​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມສັງ​ຄົມ​ອັນໃໝ່,​ ມີສາຍ​ກ່ຽວ​ພັນ​ກັບ​ທໍາ​ມະ​ຊາດ​ອ້ອມ​ຂ້າງ ແລະ​ ບົນ​ພື້ນ​ຖານ​ປະ​ຫວັດ​ສາດ​ຂອງຊຸມ​ຊົນເຊື້ອຊາດລາວ​ ຈຶ່ງ​ເຮັດ​ໃຫ້​ຊຸມ​ຊົນເຫຼົ່ານີ້ ​ຮັບ​ຮູ້ ແລະ​ ສືບ​ທອດ​ເອ​ກະ​ລັກ​ວັດ​ທະ​ນະ​ທໍາ​ຂອງ​ຕົນ, ​​ເຮັດ​ໃຫ້ມີການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ຄຸນ​ຄ່າທາງດ້ານຈິດໃຈ.

ຟ້ອນລຳວົງລາວ” ຈື່ງກາຍເປັນສ່ວນໜື່ງໃນທຸກພາລະກິດ, ເປັນມໍຣະດົກວັດທະນະທຳທີ່ມີຊີວິດ.ຟ້ອນລຳວົງລາວ” ຫຼື ລຳວົງລາວ ໄດ້ ຖຶກຮັບຮອງເປັນມໍຣະດົກວັດທະນະທຳນາມມະທຳຂອງມວນມະນຸດ ໃນ ວັນທີ່ 05 ທັນວາ 2024 ທີ່ ແຂວງ ອາຊັນຊົງ, ປະເທດ ປາຣາກວາຍ, ຊື່ງ ໄດ້ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສັງຄົມລາວໄດ້ສຶບທອດຢ່າງພາກພູມ ແລະ ມີກຽດ, ເປັນປັດໄຈສຳຄັນໃນການອະນຸລັກຮັກສາມໍຣະດົກ ແລະ ຄວາມຫຼາກຫຼາຍທາງວັດທະນະທຳທີ່ພວມປະເຊີນໜ້າກັບການຈະ ເລີນເຕີບໂຕຂອງໂລກາພິວັດຢ່າງຕໍ່ເນື່ອງ, ທັງ​ເປັນປັດໄ​ຈ​ຄໍ້​າປະ​ກັນ​ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ຊາດລາວ​ຕະ​ຫຼອດ​ໄປ.

Related Articles

Leave a Reply