Visit BigblueAgency
ວຽກງານແມ່ຍິງ ແລະ ແມ່-ເດັກ ສຸມໃສ່ແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ

ວຽກງານແມ່ຍິງ ແລະ ແມ່-ເດັກ ສຸມໃສ່ແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ

ນັບແຕ່ປີ 2021-2030, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈະສຸມໃສ່ວຽກງານຈຸດສຸມເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການປັບປຸງຮ່າງແຜນດຳເນີນງານແຫ່ງຊາດເພື່ອແມ່ແລະເດັກໂດຍສະເພາະແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫຼາຍມິຕິຢູ່ ສປປ ລາວ ຊຶ່ງກວມເອົາ 09 ມິຕິ/ດ້ານ ແລະ 46 ຕົວຊີ້ວັດ ເປັນຕົ້ນ: ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອະນາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາສ ໂດຍສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຕົ້ນຕໍ 8 ດ້ານ, 29 ວຽກງານຈຸດສຸມທີ່ເປັນບູລິມະສິດຄື: ການປົກປ້ອງທາງສັງຄົມ, ການສຶກສາ, ສຸຂະພາບ, ນໍ້າສະອາດ-ສຸຂະອນາໄມ, ໂພຊະນາການ, ຂໍ້ມູນຂ່າວສານ, ການປົກປ້ອງເດັກ ແລະ ທີ່ຢູ່ອາໄສ’’.
ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວທີ່ປະຊຸມປຶກສາຫາລືການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເພື່ອພັດທະນາທ່າແຮງເດັກ​ລາວບັນ​ດາ​ເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 1.2 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ແຂວງຫລວງພະບາງວ່າ: ກອງປະຊຸມໃນມື້ນີ້ເປັນກອງປະຊຸມໜຶ່ງທີ່ສໍາຄັນ ທີ່ພວກເຮົາຈະພ້ອມກັນປຶກສາຫາລື ການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນ​ຂອງບັນ​ດາຮອງເຈົ້າແຂວງ ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເພື່ອນຳ​ໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກ​ລາວບັນ​ດາ​ເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າຫມາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ ໂດຍການທົບທວນຄືນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ ເພື່ອພ້ອມກັນກໍານົດບັນດາຕົວຊີ້ວັດ ແລະ ວຽກງານຈຸດສຸມ ເພື່ອແກ້ໄຂ ຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການປັບປຸງຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ (2021-2025) ໂດຍສະເພາະແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫຼາຍມິຕິຢູ່ ສປປ ລາວ. 

ຂ່າວ-ພາບ: ຄຊກມດ

Related Articles

Leave a Reply