Vientiane Times Lao
ສຄຄຊ ກຽມອອກຮຸ້ນກູ້ທີ່ມີລັກສະນະສະເພາະຄັ້ງທໍາອິດ ສົ່ງເສີມການລົງທຶນດ້ານສິ່ງແວດລ້ອມ

ສຄຄຊ ກຽມອອກຮຸ້ນກູ້ທີ່ມີລັກສະນະສະເພາະຄັ້ງທໍາອິດ ສົ່ງເສີມການລົງທຶນດ້ານສິ່ງແວດລ້ອມ

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບລາວໄດ້ນໍາພາການກະກຽມການອອກຮຸ້ນກູ້ທີ່ມີລັກສະນະສະເພາະຄັ້ງທໍາອິດຢູ່ໃນ ສປປ ລາວ ສົ່ງເສີມໃຫ້ມີລະບົບການເງິນຍືນຍົງ ແລະ ສົ່ງເສີມການລົງທຶນດ້ານສິ່ງແວດລ້ອມ.

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບລາວ (ສຄຄຊ) ຮ່ວມກັບ ສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ (GGGI) ແລະ ຕະຫຼາດຫຼັກຊັບລຸກຊໍາບວກ (LSE) ໄດ້ຈັດຝຶກອົບຮົມເສີມສ້າງຄວາມອາດສາມາດຄັ້ງທໍາອິດ ເພຶ່ອສະໜອງຄວາມຮູ້ທາງດ້ານວິຊາການ ແລະ ເສີມຂະຫຍາຍຄວາມພ້ອມດ້ານການອອກຮຸ້ນກູ້ທີ່ມີລັກສະນະສະເພາະຄັ້ງທໍາອິດ ໃຫ້ແກ່ລັດຖະບານ ແລະ ສະຖາບັນການເງິນເຊັ່ນ: ຜູ້ອອກຮຸ້ນກູ້ທີ່ມີທ່າແຮງ, ທະນາຄານ, ແລະ ບໍລິສັດຫຼັກຊັບຢູ່ ສປປ ລາວ.

ການຝຶກອົບຮົມຄັ້ງນີ້ ເປັນປະທານຮ່ວມຂອງ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຄະນະກໍາມະການຫຼັກຊັບລາວ, ທ່ານ ໂທມັສ ແລມມາສ (Thomas Lammar), ອຸປະທູດແຫ່ງລຸກຊຳບວກປະຈຳ ສປປ ລາວ ແລະ ທ່ານ ນາງ ດັກມາ ສະເວເບິ (Dagmar Zwebe), ຫົວໜ້າ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມພາຍໃຕ້ຫົວຂໍ້ “ການຝຶກອົບຮົມເສີມສ້າງຄວາມອາດສາມາດ ເພື່ອກະກຽມຄວາມພ້ອມໃຫ້ແກ່ພາກລັດ ແລະ ເອກະຊົນ ໃນການອອກຮຸ້ນກູ້ທີ່ມີລັກສະນະສະເພາະຄັ້ງທໍາອິດ ຢູ່ໃນ ສປປ ລາວ” ແມ່ນແນ່ໃສ່ການສົ່ງເສີມຄວາມຮູ້-ຄວາມເຂົ້າໃຈ, ວີທີການ-ເຄຶ່ອງມືໃນການພັດທະນາ  ແລະ ການດໍາເນີນວຽກງານດັ່ງກ່າວ ໃນການອອກຮຸ້ນກູ້ທີ່ມີລັກສະນະສະເພາະ ເພື່ອສົ່ງເສີມໃຫ້ມີລະບົບການເງິນຍືນຍົງ ແລະ ເຊື່ອມສານເຂົ້າໃນການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. 

ປະຈຸບັນ, ລັດຖະບານ ສປປ ລາວ ໄດ້ສ້າງລະບົບການເງິນເພຶ່ອຄວາມຍືນຍົງເພຶ່ອສະໜັບສະໜູນການອອກຮຸ້ນກູ້ທີມີລັກສະນະສະເພາະ ເຊິ່ງຈະກວມເອົາ ການປັບປຸງດ້ານລະບຽບ-ກົດໝາຍ, ການສະໜັບສະໜູນ ຜູ້ອອກຮຸ້ນກູ້-ພັນທະບັດ ແລະ ການເສີມສ້າງຄວາມອາດສາມາດໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ. ນອກຈາກນີ້, ການຝຶກອົບຮົມດັ່ງກ່າວ ຍັງເປັນສ່ວນໜຶ່ງໃນການກະກຽມກິດຈະກໍາຕ່າງໆເພຶ່ອສົ່ງເສີ່ມ ແລະ ພັດທະນາກອບດ້ານການອອກຮຸ້ນກູ້ສີຂຽວໃຫ້ແກ່ຜູ້ອອກຮຸ້ນຕ່າງໆເພຶ່ອຮັບປະກັນວ່າການອອກຮຸ້ນກູ້ນັ້ນມີຄວາມສອດຄ່ອງກັບມາດຕະຖານທີ່ດີ.

ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ກ່າວວ່າ: ທັງໝົດນີ້, ກໍ່ເພື່ອຊຸກຍູ້ໃຫ້ມີການຫັນປ່ຽນໄປສູ່ການພັດທະນາເສດຖະກິດແບບຍືນຍົງ ເຊິ່ງເຫັນວ່າ ຕ້ອງໄດ້ອາໄສຄວາມພ້ອມ ແລະ ເງິນທຶນຢ່າງຫຼວງຫຼາຍ ໃນຂະນະທີ່ກົນໄກ ແລະ ການສ້າງແຮງຈູງໃຈຕໍ່ຫົວໜ່ວຍທຸລະກິດໃນໄລຍະປັດຈຸບັນ ຍັງບໍ່ທັນສາມາດປະຕິບັດວຽກງານສີຂຽວໄດ້ຢ່າງເຕັມເມັດເຕັມໜ່ວຍ.

ທ່ານ ຫົວໜ້າຫ້ອງການ ສຄຄຊ ກ່າວຕື່ມວ່າ: ການກະກຽມສ້າງເງື່ອນໄຂໃຫ້ຕະຫຼາດທຶນ ເພື່ອຊຸກຍູ້ການອອກ ແລະ ຊື້ຂາຍພັນທະບັດ ຫຼື ຮຸ້ນກູ້ສີຂຽວ ແມ່ນເປັນກາລະໂອກາດອັນສໍາຄັນ ໃນການຊ່ວຍສະໜັບສະໜູນພາກທຸລະກິດ ໃຫ້ສາມາດລະດົມທຶນໄລຍະຍາວ ດ້ວຍຕົ້ນທຶນທີ່ຕໍ່າ ເພື່ອໄປລົງທຶນໃສ່ກິດຈະກໍາສີຂຽວໃຫ້ຫຼາຍຂຶ້ນ.

ການອອກຮຸ້ນກູ້ທີມີລັກສະນະສະເພາະ ໂດຍສະເພາະ ຮຸ້ນກູ້ສີຂຽວຢູ່ ສປປ ລາວນັ້ນ ຈະເປັນເຄຶ່ອງມືທາງການເງິນທີສໍາຄັນໃນການລະດົມກອງທຶນເພື່ອດໍາເນີນໂຄງການທີ່ກ່ຽວຂ້ອງກັບສິ່ງແວດລ້ອມໃຫ້ສອດຄ່ອງກັບມາດຕະຖານສາກົນທີ່ກຳນົດໄວ້ໃນ ແຜນໂຄງການສີຂຽວຂອງ ສະມາຄົມຕະຫຼາດທຶນລະຫວ່າງປະເທດ ຫຼື International Capital Market Association (ICMA). 

ການລະດົມທຶນດັ່ງກ່າວ, ແມ່ນແນໃສ່ການສະໜັບສະໜູນການລົງທຶນໃນຂົງເຂດພະລັງງານທົດແທນ, ພະລັງງານປະສິດທິພາບ, ການປ້ອງກັນມົນລະພິດ, ການຄົມມະນາຄົມສະອາດ, ການຈັດການສິ່ງເສດເຫຼືອ ແລະ ນໍ້າເປຶ້ອນແບບຍືນຍົງ, ອາຄານສີຂຽວ, ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ແລະ ອື່ນໆ

Related Articles

Leave a Reply