Vientiane Times Lao
ສຕລ ເປີດນໍາໃຊ້ຊ່ອງທາງລາຍງານຂໍ້ມູນຂອງໜ່ວຍງານສະກັດກັ້ນການລົ້ມບານ

ສຕລ ເປີດນໍາໃຊ້ຊ່ອງທາງລາຍງານຂໍ້ມູນຂອງໜ່ວຍງານສະກັດກັ້ນການລົ້ມບານ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເປີດນໍາໃຊ້ຊ່ອງທາງລາຍງານຂໍ້ມູນຂອງ  ໜ່ວຍງານສະກັດກັ້ນການລົ້ມບານ ຕາມທີ່ຢູ່ອີເມລດັ່ງນີ້: integrity@laoff.org.la ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບໄວ້ຢ່າງດີ ແລະ ຈະບໍ່ມີການແຈ້ງຊື່ຂອງຜູ້ທີ່ສົ່ງຂໍ້ມູນ/ເບາະແສ.

ຖ້າຫາກບຸກຄົນໃດ ມີຂໍ້ມູນທີ່ກ່ຽວຂ້ອງກັບການລົ້ມບານ ທ່ານສາມາດປະສານພົວພັນກັບໜ່ວຍງານສະກັດກັ້ນການລົ້ມບານ ຂອງ ສຕລ ເພາະການລົ້ມບານປຽບດັ່ງກັບການປຸ້ນຊາດ, ປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ ຄວາມພາກພູມໃຈຂອງປວງຊົນຄົນລາວທັງຊາດ. ຂໍ້ມູນທີ່ທ່ານສົ່ງເຂົ້າມາ ອາດຈະເປັນ ຮູບພາບ, ຄລິບວິດີໂອ, ຄລິບສຽງ ຫຼື ໃນຮູບແບບອື່ນໆ ຈະຖືກແຈ້ງໄປຫາ ໜ່ວຍງານສະກັດກັ້ນການລົ້ມບານ ຕາມທີ່ຢູ່ອີເມລດັ່ງກ່າວ.

ທີ່ມາ: ສຕລ

Related Articles

Leave a Reply