ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນແຫ່ງປີ (AFC Member Association of the Year) ປະເພດ Ruby ຊຶ່ງເປັນຄັ້ງທໍາອິດ ທີ່ ສຕລ ໄດ້ຮັບລາງວັນນີ້, ໂດຍພິທີມອບ-ຮັບລາງວັນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2024 ທີ່ງານ AFC Annual Awards ທີ່ປະເທດ ສ. ເກົາຫຼີ.
ການໄດ້ຮັບລາງວັນຄັ້ງນີ້ ແມ່ນໝາກຜົນມາຈາກການພັດທະນາກິລາບານເຕະຮອບດ້ານໄລຍະ 1 ປີຜ່ານມາ ເຊັ່ນ: ການຈັດການແຂ່ງຂັນພາຍໃນທຸກໆລຸ້ນອາຍຸ, ການພັດທະນາຄູຝຶກ, ການພັດທະນາບານເຕະຂັ້ນພື້ນຖານ, ການຍົກລະດັບກີລາບານເຕະຍິງ, ການເຂົ້າຮ່ວມການແຂ່ງຂັນ AFC ຮອບສຸດທ້າຍ, ການພັດທະນາໂຄງລ່າງພື້ນຖານກິລາບານເຕະ, ການມີສັກກະຍາພາບໃນການເປັນເຈົ້າພາບການແຂ່ງຂັນຂອງ AFC, ການສ້າງ ຫຼື ປັບປຸງນິຕິກໍາຄຸ້ມຄອງຢ່າງຄົບຖ້ວນ ຕາມກົດລະບຽບຂອງ AFC.
ແຫຼ່ງຂ່າວ: ສຕລ