ສະມາຄົມນັກທຸລະກິດຍິງ (ສທຍ) ໄດ້ສະເໜີ 4 ວຽກງານໃຫ້ສະຫະພາບເອີລົບປະຈໍາລາວ (EU) ຊ່ວຍ ເນື່ອງໃນໂອກາດທີ່ ປະທານ ສທຍ ທ່ານນາງຈັນທະຈອນ ວົງໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງເອກອັກຄະລັດຖະທູດ ສະຫະພາບເອີລົບປະຈໍາລາວ ທ່ານນາງ Ana Marciulionnyte ພ້ອມຄະນະ ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ.
4 ວຽກງານ ທີ່ ສທຍ ໄດ້ສະເໜີໃຫ້ EU ຊ່ວຍປະກອບມີ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ ສທຍ ແລະ ສະມາຊິກໃນຂອບເຂດທົ່ວປະເທດ, ຊ່ວຍສ້າງໂຄງການສະໜັບສະໜູນລາວດ້ານການເງິນຂອງ ສທຍ ໃຫ້ໝັ້ນຄົງ, ຮ່ວມມືກັນລະຫວ່າງ ສທຍ ແລະ EU ໃນການຈັດກິດຈະກໍາຫາລາຍໄດ້ຂອງ ສທຍ, ໄດ້ສະເໜີໃຫ້ທ່ານທູດ EU ເປັນເພື່ອນຮ່ວມງານດ້ານຍຸດທະສາດ ແລະ ສ້າງເວທີໃນການພັດທະນາຄຸນນະພາບ ຂອງສິນຄ້າລາວຮ່ວມກັນ.
ຂ່າວ: ວຽງຈັນທາຍ