Vientiane Times Lao
ສນຊ ປະກອບສ່ວນວັດຖຸ-ປັດໄຈ ຕ້ານນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ

ສນຊ ປະກອບສ່ວນວັດຖຸ-ປັດໄຈ ຕ້ານນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ

ພະອາຈານ  ພົງສະຫວັນ ອານຸສິນ ກໍາມະການສູນກາງ ແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການ ຈັດຕັ້ງສັງຄົມ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ໃນວັນທີ 14 ກັນຍາ 2024 ຜ່ານມານີ້ໃນນາມຄະນະຮັບຜິດຊອບ ລະດົມການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ ຂອງສູນກາງ ໄດ້ນຳເອົາເປົາໃສ່ຊາຍຈໍານວນ 3.500 ເປົາ ມູນຄ່າ 122 ລ້ານກີບ ໄປມອບໃຫ້ ການນໍານະຄອນຫຼວງ ວຽງຈັນ, ຕາງໜ້າຮັບໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າ ຄອງນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ  ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ມີຫຼາຍພາກສ່ວນເຂົ້າຮ່ວມ.

ເປົາຈໍານວນດັ່ງກ່າວໄດ້ນໍາເອົາໄປມອບໃຫ້ແກ່ຈຸດທີ່ເຝົ້າລະວັງຄື: ບ້ານດ່ານຄໍາ, ເຂດເກົ້າລ້ຽວ-ໜອງດາ, ເມືອງສີໂຄດຕະບອງ, ທ່າເຮືອ ຫຼັກ 4 , ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ.

(ຂ່າວ-ພາບ: ສນຊ)

Related Articles

Leave a Reply