ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ການປະເມີນຄວາມພ້ອມຂອງທຸລະກິດລາວກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 (LDCs)’’
ກອງປະຊຸມດັ່ງກ່າວຈັດຂຶ້ນ ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ອຄ, ຕາງໜ້າຈາກກະຊວງກ່ຽວຂ້ອງ, ສະຖາບັນການສຶກສາ ແລະ ຈາກສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ເຂົ້າຮ່ວມ.
ຈຸດປະສົງ ເພື່ອຮ່ວມຮັບຟັງຜົນການຄົ້ນຄວ້າ ຈາກນັກຄົ້ນຄວ້າສະຖາບັນອຸດສາຫະກຳ ແລະ ການຄ້າ ໂດຍໄດ້ສຶກສາຄົ້ນຄວ້າຫົວຂໍ້ ‘‘ການປະເມີນຄວາມພ້ອມຂອງທຸລະກິດລາວກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 (LDC)’’ ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາຂອງກົມກ່ຽວຂ້ອງ ແລະ ພາກສ່ວນທຸລະກິດ ຕໍ່ກັບການກະກຽມຄວາມພ້ອມເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.
ການກະກຽມຄວາມພ້ອມ ແມ່ນມີຄວາມຈຳເປັນເພື່ອຮັບມືຜົນກະທົບທາງດ້ານລົບ ທີ່ອາດຈະເກີດຂຶ້ນ ບໍ່ວ່າທັງພາກລັດ ແລະ ພາກທຸລະກິດເອງ ໃນການປັບຕົວ ແລະ ຍົກລະດັບມາດຕະຖານຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ພາກທຸລະກິດສາມາດ ສົ່ງອອກ, ສາມາດແຂ່ງຂັນ ແລະ ສືບຕໍ່ຂະຫຍາຍຕົວໄດ້ກ່ອນຄູ່ຄ້າ ຈະຍົກເລີກການໃຫ້ສິດທິພິເສດທາງດ້ານການຄ້າ ແລະ ການພັດທະນາຈາກປະເທດພັດທະນາແລ້ວ ໂດຍສະເພາະສະຫະພາບເອີຣົບ ແລະ ປະເທດອື່ນໆ.
ສປປ ລາວ ກໍາລັງກະກຽມຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລຽນ ຫຼື Smooth LDC Transition ໃນປີ 2026, ທ່າມກາງສິ່ງທ້າທາຍຕ່າງໆ ເຊັ່ນ: ການສູນເສຍສິດທິພິເສດທາງດ້ານການຄ້າ.
ສປປ ລາວ ແມ່ນຖືກຈັດຢູ່ໃນລາຍຊື່ບັນດາປະເທດດ້ອຍພັດທະນານັບຕັ້ງແຕ່ການສ້າງຕັ້ງກຸ່ມດັ່ງກ່າວ ມາ ແຕ່ປີ 1971 ຕາມຍັດຕິຂອງ ສະມັດຊາໃຫ່ຍ ຂອງ ສປຊ. ຈຸດປະສົງໃນການສ້າງຕັ້ງກຸ່ມດັ່ງກ່າວ ກໍ່ເພື່ອຈະຊ່ວຍໃຫ້ປະເທດດ້ອຍພັດທະນາ ສາມາດເຂົ້າເຖິງມາດຕະການການສະໜັບສະໜູນຈາກສາກົນໄດ້ທັນການ ແລະ ວ່ອງໄວ ແລະ ສາມາດຕອບສະໜອງກັບຄວາມຕ້ອງການ ໃນການພັດທະນາ.
ຕະຫຼອດໄລຍະຜ່ານມາ, ລັດຖະບານ ກໍ່ໄດ້ກຳນົດນະໂຍບາຍ ແລະ ຖືເອົາເປັນບູລີມະສິດແຫ່ງຊາດໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຕັດສິນໃຈວາງຄາດໝາດສູ້ຊົນ ແລະ ສຸມທຸກຄວາມພະຍາຍາມ ນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຕັ້ງແຕ່ຊຸມປີ 2000.
ແຕ່ຢ່າງໃດກໍຕາມ, ໃນກອງປະຊຸມຮັບຮອງຮ່າງບົດແນະນຳສໍາລັບ ການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາແບບໂລ່ງລ່ຽນຂອງ ສປປ ລາວ: ແຜນງານການປະຕີບັດວຽກບູລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆ ທີ່ກ່ຽວຂ້ອງ ໃນໄລຍະ ປີ 2024-2030 ທີ່ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ ທີ່ຜ່ານມານີ້, ທ່ານປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ການອອກຈາກສະຖານະ LDC ມາພ້ອມກັບສິ່ງທ້າທາຍ, ໂດຍສະເພາະແມ່ນການສູນເສຍສິດທິພິເສດດ້ານການຄ້າ ແລະ ຜົນປະໂຫຍດອື່ນໆທີ່ອາດຈະກີດຂວາງການເຕີບໂຕຂອງເສດຖະກິດ.
ໂດຍໃນກອງປະຊຸມຄັ້ງນັ້ນ ທ່ານ ດຣ ມະໂນທອງ ໄດ້ຍົກໃຫ້ເຫັນເຖິງ ໂອກາດທີ່ສຳຄັນ ທີ່ສາມາດອຳນວຍຄວາມສະດວກ ໃຫ້ແກ່ລາວ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ເຊັ່ນ: ການນຳໃຊ້ເສັ້ນທາງລົດໄຟ ແລະ ທ່າບົກ ຂອງປະເທດ ເພື່ອສົ່ງເສີມການຄ້າ, ຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟທີ່ນຳເຂົ້າ ໂດຍການນຳໃຊ້ພະລັງງານໄຟຟ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ໄດ້ສູງສຸດ ແລະ ນຳໃຊ້ຊັບພະຍາກອນກະສິກຳ ຢ່າງເຕັມທີ່ ເພື່ອຕອບສະໜອງໃຫ້ກັບທົ່ວໂລກ.
ທ່ານຮຽກຮ້ອງໃຫ້ເພີ່ມທະວີການສົ່ງອອກທີ່ມີຄວາມຫຼາກຫຼາຍ, ສ້າງຜະລິດຕະພັນທີ່ມີມູນຄ່າເພີ່ມສູງຂຶ້ນ ແລະ ເຊື່ອມໂຍງເຂົ້າກັບຕ່ອງໂສ້ມູນຄ່າຂອງພາກພື້ນ ແລະ ໂລກຢ່າງເລິກເຊິ່ງ.
ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຊື່ອມໂຍງເສດຖະກິດໂດຍຜ່ານສັນຍາການຄ້າເສລີ, ໂດຍສະເພາະແມ່ນກັບອາຊຽນ, ອາຊຽນ+6, ການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນແລະ ເປີດກວ້າງການເຂົ້າເຖິງຕະຫຼາດ ໂດຍຜ່ານການເຈລະຈາກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບເອີລົບ. ການາດາ ແລະ ອາເມຣິກາ.