ທ້າຍປີ 2021 ຫາ ຕົ້ນປີ 2022 ຍ້ອນຜົນກະທົບຈາກ ພະຍາດລະບາດ ໂຄວິດ-19 ຈຶ່ງເຮັດໃຫ້ ສປ ຈີນ ມີມາດຕະການທີ່ເຄັງຄັດ ແລະ ເຂັ້ມງວດ ບໍ່ອະນຸຍາດລົດຂົນສົ່ງຈາກ ສປປ ລາວ ເຂົ້າໄປໃນດີນແດນປະເທດຈີນ ຈຶ່ງໄດ້ເກີດມີບັນຫາລົດຂົນສົ່ງສິນຄ້າຈໍານວນຫຼາຍພັນຄັນ ຕິດແອອັດ ຢູ່ດ່ານສາກົນບໍ່ເຕ່ນ, ແຂວງ ຫຼວງນໍ້າທາ ຊຶ່ງຕິດຍາວຢຽດແຕ່ຫຼັກໝາຍຊາຍແດນ (ເລກທີ 29) ມາຮອດເຂດບ້ານ ນາເຕີຍ ແລະ ບ້ານ ນາໝໍ້ ປະມານ 20 ກິໂລແມັດ. ດັ່ງນັ້ນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ຈຶ່ງໄດ້ມີການພົບປະປຶກສາຫາລື ແລະ ຮັບຟັງຜົນການສໍາຫຼວດຕົວຈິງຢູ່ທີ່ດ່ານສາກົນບໍ່ເຕ່ນ ເພື່ອເປັນການກະກຽມມາດຕະການຮັບມື ແລະ ແກ້ໄຂບັນຫາດັ່ງກ່າວທີ່ມີຄວາມເປັນໄປໄດ້ທີ່ຈະເກີດຂື້ນອີກຄັ້ງໃນທ້າຍປີນີ້.
ໃນທີ 23 ສິງຫາ 2022 ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດ “ກອງປະຊຸມປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບມາດຕະການຮັບມື ແລະ ແກ້ໄຂບັນຫາລົດຕິດແອອັດຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ ລ່ວງໜ້າ”. ເປັນປະທານໂດຍ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 50 ທ່ານ ລວມມີການເຂົ້າຮ່ວມແບບທາງໄກຜ່ານລະບົບອອນລາຍ.
ຜ່ານການປະຊຸມເຫັນວ່າ ກ່ຽວກັບບັນຫາດັ່ງກ່າວ ສາເຫດຕົ້ນຕໍ ແມ່ນຍ້ອນຄວາມເຂັ້ມງວດຂອງການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການປິດດ່ານຊາຍແດນລາວ-ຈີນຕ່າງໆ ເປັນຕົ້ນ: ດ່ານລານຕຸຍ, ດ່ານປ່າຄ່າ, ດ່ານປາງໄຮ, ດ່ານພູຫຼັກຄໍາ ແລະ ອື່ນໆ ເຮັດໃຫ້ສິນຄ້າທຸກປະເພດທີ່ຈະສົ່ງອອກໄປ ສປ ຈີນ ຫຼັ່ງໄຫຼເຂົ້າມາຈຸດດຽວ ຄືດ່ານສາກົນບໍ່ເຕ່ນ, ແຂວງ ຫຼວງນໍ້າທາ. ການກໍານົດໃຫ້ມີການປ່ຽນຄົນຂັບລົດຊຸດຂາວ (ຊຸດ PPE), ສີດຢາຂ້າເຊື້ອຫ້ອງຂັບ ແລະ ທຸກຈຸດຂອງລົດຂົນສົ່ງ ຢູ່ຫຼັກໝາຍຊາຍແດນ ແມ່ນມີຄວາມຊັກຊ້າຊຶ່ງໃຊ້ເວລາສະເລ່ຍ 10-15 ນາທີ ຕໍ່ຄັນ. ໜັກໄປກ່ວານັ້ນ ໃນທ້າຍປີ 2021 ຫາ ຕົ້ນປີ 2022 ແມ່ນໄລຍະເກັບກ່ຽວຜົນຜະລິດ ເພື່ອສົ່ງອອກໄປ ສປ ຈີນ ແລະ ເປັນໄລຍະທີ່ບໍລິສັດສົ່ງອອກຂອງລາວ ໄດ້ຮັບໂກຕ້າສົ່ງອອກພາຍໃຕ້ໂຄງການປູກພືດທົດແທນການປູກຝິ່ນ. ໃນຕອນນັ້ນຝ່າຍລາວເຮົາ ກໍ່ຍັງບໍ່ທັນມີການຈັດຄິວ ແລະ ຈັດລະບຽບການສັນຈອນ ຢ່າງເປັນລະບົບລະບຽບ ແລະ ຍັງເກີດດອຸບັດເຫດຕ່າງໆ ແລະ ສາເຫດອື່ນໆ. ບັນຫາເຫຼົ່ານີ້, ລ້ວນແລ້ວແຕ່ສົ່ງຜົນເຮັດໃຫ້ເກີດບັນຫາລົດຕິດແອອັດ ຢູ່ດ່ານສາກົນບໍ່ເຕ່ນ ແລະ ສົ່ງຜົນໃຫ້ສິນຄ້າກະສິກໍາເໜົ່າເປື່ອຍ ແລະ ເສຍຫາຍ ເປັນຈໍານວນຫຼວງຫຼາຍ ເພາະບໍ່ສາມາດສົ່ງອອກໄດ້ທັນກໍານົດເວລາ.
ໃນວາລະການປະຊຸມໄດ້ມີການສະເໜີມາດຕະການທີ່ຈະຮອງຮັບ ແລະ ປ້ອງກັນບໍ່ໃຫ້ເຫດການດ່ັງກ່າວ ທີ່ອາດກາຍເປັນບັນຫາຊໍ້າເຮື້ອຊໍ້າຊ້ອນ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ລົດຂົນສົ່ງກໍ່ຄືຜູ້ປະກອບການຂອງຝ່າຍລາວ ເຊິ່ງ ກົມ ນຳເຂົ້າ ແລະ ສົ່ງອອກ ໄດ້ມີການສະເໜີເພື່ອເປັນເອກະພາບກັນກັບຂະແໜງການກ່ຽວຂ້ອງໃນທີ່ປະຊຸມຄັ້ງນີ້ ຄື:
-ສະເໜີແຕ່ງຕັ້ງຄະນະສະເພາະກິດ ຄົ້ນຄວ້າມາດຕະການແກ້ໄຂບັນຫາລົດຕິດອັ່ງອໍ ຢູ່ດ່ານສາກົນບໍ່ເຕ່ນ ຊຶ່ງປະກອບມີຂະແໜງການທີ່ກ່ຽວຂ້ອງ.
-ສະເໜີຫ້ອງວ່າການແຂວງຫຼວງນໍ້າທາ ສືບຕໍ່ນໍາໃຊ້ກົນໄກໜ່ວຍງານສະເພາະກິດແກ້ໄຂບັນຫາລົດຕິດອັ່ງອໍ ຢູ່ແຂວງຫຼວງນໍ້າ ແລະ ສ້າງກົນໄກການປະສານງານກັບແຂວງອ້ອມຂ້າງ ເພື່ອຈັດສັນປ່ອຍລົດຂົນສົ່ງສິນຄ້າໃຫ້ເປັນລະບົບ.
– ສະເໜີຫ້ອງວ່າການແຂວງຫຼວງນໍ້າທາ ປຶກສາຫາລືກັບ ບໍລິສັດ LS, ບໍລິສັດ LICD ແລະ ບໍລິສັດຫົວພັນເຫີຮາວ ກ່ຽວກັບການຈັດສັນເນື້ອທີ່ຂອງບໍລິສັດທີ່ຍັງບໍ່ໄດ້ນໍາໃຊ້ ເພື່ອເປັນຈຸດ ພັກລົດ ແລະ ຮ່ວມກັນສ້າງລະບຽບ ການຄຸ້ມຄອງຈຸດພັກລົດຊົ່ວຄາວ.
– ສະເໜີກະຊວງການຕ່າງປະເທດ, ຄະນະກໍາມະການຮ່ວມມືລາວ-ຈີນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເຈລະຈາກັບຝ່າຍຈີນ ກ່ຽວກັບການເປີດດ່ານຊາຍແດນລາວ-ຈີນ, ການຂະຫຍາຍອາຍຸໂກຕ້າໃຫ້ຫຼາຍຂຶ້ນ ຢ່າງໜ້ອຍ 06 ເດືອນ ຫາ 01 ປີ.
– ສະເໜີສ້າງມາດຕະການ NTMs ຕໍ່ກັບສິນຄ້າຜ່ານແດນທີ່ຈະສົ່ງອອກໄປ ສປ ຈີນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າຂອງ ລາວ .
– ສະເໜີຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ສົມທົບກັບບໍລິສັດ LS ແລະ LICD ຈັດບູລິມະສິດສິນຄ້າກະສິກໍາ ສົ່ງອອກຂອງລາວ ໂດຍສະເພາະສິນຄ້າປະເພດເນົ່າເປື່ອຍງ່າຍ ແລະ ຄົ້ນຄວ້າປັບປຸງຂັ້ນຕອນການ ແຈ້ງເອກະສານສົ່ງອອກ ໃຫ້ມີຄວາມວ່ອງໄວຂຶ້ນ ໂດຍເພີ່ມທະວີການນໍາໃຊ້ລະບົບ LNSW.
-ສະເໜີກະຊວງໂຍທາທິການ ແລະ ຂົນສົ່ງ ຄົ້ນຄວ້າປັບປຸງເສັ້ນທາງແຕ່ແຂວງອຸດົມໄຊ, ແຂວງບໍ່ແກ້ວ ໄປຫາ ດ່ານສາກົນບໍ່ເຕ່ນ ທີ່ມີຄວາມເປ່ເພຫຼາຍ ເພື່ອກະກຽມຮັບມືກັບລະດູການສົ່ງອອກ.
– ສະເໜີພາກລັດທີ່ກ່ຽວຂ້ອງ ຄົ້ນຄວ້າສ້າງລະບຽບການສະເພາະ ກ່ຽວກັບການຂົນສົ່ງສິນຄ້າທາງລົດໄຟ ໂດຍສະເພາະການຄຸ້ມຄອງການຂຶ້ນລົງ, ເຂົ້າ-ອອກ ສິນຄ້າຜ່ານທາງລົດໄຟລາວ-ຈີນ ຢູ່ແຕ່ລະສະຖານີພາຍໃນປະເທດ ແລະ ລະຫວ່າງສະຖານີພາຍໃນ ແລະ ສະຖານີບໍ່ຫານ.
– ສະເໜີກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ເຈລະຈາກັບຝ່າຍຈີນ ເພື່ອເພີ່ມລາຍການສິນຄ້າກະສິກໍາສົ່ງອອກ ທີ່ນອນພາຍໃຕ້ໂຄງການພືດທົດແທນການປູກຝິ່ນ ເຂົ້າໃນອານຸສັນຍາ SPS.
– ສະເໜີບໍລິສັດທາງລົດໄຟລາວ-ຈີນ ສົມທົບກັບລັດຖະບານກາງຂອງ ສປ ຈີນ ຮີບຮ້ອນສ້າງເຂດຄຸ້ມຄອງກວດກາຜະລິດຕະພັນກະສິກໍາ ຢູ່ສະຖານີລົດໄຟບໍ່ຫານ ໂດຍໄວ, ຂະຫຍາຍສະຖານີຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ, ເພີ່ມຂະບວນ ແລະ ຈໍານວນຕູ້ຄອນເທນເນີ້, ການສ້າງຄວາມໂປ່ງໃສທາງດ້ານລະບຽບການ ແລະ ຂັ້ນຕອນ ກ່ຽວກັບການບໍລິການຂົນສົ່ງສິນຄ້າທາງລົດໄຟ ຢ່າງທົ່ວເຖິງ.
ຂໍ້ມູນ: ສູນຂໍ້ມູນຂ່າວສານດ້ານການຄ້າ ຂອງ ສປປ ລາວ