ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນຳພາຜູ້ແທນຄະນະລັດຖະບານລາວ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ 2025 ຄັ້ງທຳອິດ ເນັ້ນເຖິງໂອກາດໃນການລົງທຶນໃນພະລັງງານທົດແທນ ແລະ ເຕັກໂນໂລຊີ.
ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025) ຈັດຂຶ້ນພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫຼາຍກວ່າ 140 ປະເທດ ມີຫົວໜ້າລັດຖະບານຫຼາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 6.000 ຄົນ.


ທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພາກຫຼັກ (Main Panel) ເຊິ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ເສດຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ (Financing the Future and the Global Economy) ໂດຍເນັ້ນໃສ່ ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ ຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ທິດທາງໃນອະນາຄົດ ການສົ່ງເສີມການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບເຕັກນິກ-ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ການສົ່ງເສີມການຫັນເປັນດິຈິຕອນ ເພື່ອຍົກລະດັບປະສິດ ທິພາບການດໍາເນີນທຸລະກິດ ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນເຖິງ ຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບ ເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງ ໂດຍຜ່ານການລົງທຶນດ້ານພະລັງງານທົດແທນ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ ເພື່ອອຳນວຍຄວາມ ສະດວກດ້ານການຄ້າ ການອະນຸລັກຮັກສາສິ່ງແວດລ້ອມ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ຂອງ ສປປ ລາວ ເຊິ່ງເປັນການຍົກສູງບົດບາດ ໃນເວທີ ສາກົນອີກເວທີໜຶ່ງ ເວົ້າສະເພາະກໍ່ແມ່ນໃນພາກພື້ນຕາເວັນອອກກາງ ເຊິ່ງເປັນພາກພື້ນ ທີ່ມີບົດບາດ ແລະ ມີອິດທິພົນ ໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍດ້ານການສົ່ງເສີມການທູດເສດຖະກິດ ການຊຸກຍູ້ດ້ານຄ້າ ການລົງທຶນ ເຊັ່ນ: ຂະແໜງການທະນາຄານ ພະລັງງານທົດແທນ ແລະ ຂົງເຂດອື່ນໆ ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນການທູດລະຫວ່າງ ປະເທດເຈົ້າພາບ ກໍຄື ສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດ ແໜ້ນການພົວພັນຮ່ວມມືສອງຝ່າຍ.
ກອງປະຊຸມດັ່ງກ່າວ ເປັນຂໍ້ລິເລີ່ມຂອງລັດຖະບານ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ໄດ້ສ້າງຕັ້ງຂຶ້ນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ຈັດຂຶ້ນທຸກໆປີ ໂດຍມີຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ ບັນດາຜູ້ນຳ ຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ: ນະວັດຕະກຳເຕັກໂນໂລຊີ ເສດຖະກິດ-ສັງຄົມ ການບໍລິຫານລັດ ການເງິນ ການປ່ຽນແປງຂອງສະພາບດິນຟ້າອາກາດ ສາທາລະນະສຸກ ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.