Vientiane Times Lao
ສປປ ລາວ ເປີດແພລັດຟອມ  E-commerce ສຳລັບຜະລິດຕະພັນກະສິກຳລາວ

ສປປ ລາວ ເປີດແພລັດຟອມ  E-commerce ສຳລັບຜະລິດຕະພັນກະສິກຳລາວ

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດຕົວ ແພລັດຟອມ  E-commerce ສຳລັບຜະລິດຕະພັນກະສິກຳລາວ ຂະຫຍາຍຕະຫຼາດໃຫ້ຜູ້ປະກອບການລາວ.

ໂດຍພິທີເປີດຕົວແພລັດຟອມດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຮ່ວມເປີດພິທີຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວອຸດສາຫະກຳ ແລະ ການຄ້າ, ທ່ານ ຫວັງ ຊາງ (WANG CHANG) ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ກ່າວໃຫ້ຮູ້ກ່ຽວກັບຈຸດປະສົງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ວ່າ: ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ຫຼື E-commerce ສໍາລັບຜະລິດຕະພັນກະສິກໍາລາວ ເຊິ່ງເປັນໜຶ່ງໃນໂຄງການທີ່ສຳຄັນ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດຖະບານ ແລະ ປະຊາຊົນ ສປ ຈີນ. 

ແພລັດຟອມເທິງເວັບໄຊນີ້, ເຊື່ອມຕໍ່ລະບົບການຊຳລະສະສາງເອເລັກໂຕຣນິກ ກັບທະນາຄານ BCEL ສາມາດເຮັດທຸລະກໍາດ້ານການເງິນ ຫຼື ການຊໍາລະເງິນ ຈາກການສັ່ງຊື້-ຂາຍ ໃນເວັບໄຊ; ມີຈຸດກະຈາຍສິນຄ້າ ແລະ ຈຸດບໍລິການການຄ້າເອເລັກໂຕຣນິກ 20 ຈຸດ, ເຊື່ອມຕໍ່ລະບົບຂົນສົ່ງ ກັບບໍລິສັດຮຸ່ງອາລຸນ ໂລຈິສຕິກ ໂດຍແພລັດຟອມພາຍໃນປະເທດ ແມ່ນສາມາດເບິ່ງເຫັນການຂົນສົ່ງສິນຄ້າທີ່ເກີດຂຶ້ນໃນເວລາຕົວຈິງ ທີ່ລົດຂົນສົ່ງເຄື່ອນທີ່ ສໍາລັບການເຊື່ອມຕໍ່ລະບົບຂົນສົ່ງ; ແພລັດຟອມຂ້າມແດນ, ບໍລິສັດຮຸ່ງອາລຸນ ກໍໄດ້ຮ່ວມມືກັບ ບໍລິສັດ ວາຍວາຍເອສ ຂົນສົ່ງສາກົນ ທີ່ຢູ່ໃນ ສປ ຈີນ ເພື່ອການຂົນສົ່ງໃນຈີນ ຊຶ່ງຈະສາມາດເບິ່ງເຫັນການຂົນສົ່ງສິນຄ້າແບບເປັນໄລຍະ.

ການກໍ່ສ້າງລະບົບການຄ້າເອເລັກໂຕຣນິກສຳລັບສິນຄ້າກະສິກຳລາວ ກໍຄື ການສ້າງແພລັດຟອມ ທີ່ເປັນແຫຼ່ງຂໍ້ມູນສິນຄ້າກະສິກຳລາວ ເປັນການສ້າງຕັ້ງຮູບແບບການພັດທະນາໃຫ້ E-commerce ເຂົ້າເຖິງເຂດຊົນນະບົດເພື່ອສາມາດເຊື່ອມໂຍງ ດ້ານຂໍ້ມູນໃຫ້ເກີດໝາກຜົນ ບັນລຸໄດ້ການ ຊື້-ຂາຍ ອອນລາຍ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ, ຊຸກຍູ້ການຜະລິດກະສິນກຳຂອງລາວ ໃຫ້ເປັນຜະລິດຕະພັນສົ່ງອອກໄປຕ່າງປະເທດ ຂະຫຍາຍຕົວກວ້າງຂວາງຂຶ້ນ.

ໃນປັດຈຸບັນ ແພລັດຟອມດັ່ງກ່າວ ມີ ຢູ່ 2 ລະບົບກໍຄື ແພລັດຟອມ ຢູ່ເທິງເວັບໄຊ ທີ່ມີຊື່ວ່າ www.laoproduct.com.la  ທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cn  ທີ່ເປັນແພລັດຟອມຂ້າມແດນ.

ນອກນີ້, ຍັງມີການວາງສະແດງສິນຄ້າລາວໃນ ເວັບໄຊ JD.com ຊຶ່ງເປັນເວັບໄຊຂາຍສິນຄ້າອອນລາຍທີ່ໃຫຍ່ ແລະ ມີຊື່ສຽງຂອງຈີນ ດ້ວຍແພລັດຟອມການຊື້-ຂາຍໂດຍກົງລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ ເປົ້າໝາຍກໍເພື່ອເພີ່ມຊ່ອງທາງໂຄສະນາສິນຄ້າລາວທີ່ເປັນກະສິກຳປຸງແຕ່ງສຳເລັດຮູບ ແລະ ສິນຄ້າອື່ນໆທີ່ມີທ່າແຮງຂອງລາວ ໃຫ້ຄົນຈີນໄດ້ຮັບຮູ້ກວ້າງຂວາງຂຶ້ນ. ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາ, ໄດ້ມີສິນຄ້າ ປະເພດຊາ ໄປວາງຂາຍຈຳນວນໜຶ່ງ ແລະ ກໍໄດ້ຮັບການຕອບສະໜອງ ໂດຍໄດ້ມີການສັ່ງຊື້ ແລະ ຂາຍໄປແລ້ວ.

ທ່ານ ມະໄລທອງ ກົມມະສິດ ກໍໄດ້ມີຄໍາເຫັນຊຶ່ງໄດ້ຕີລາຄາສູງວ່າ: ໂຄງການນີ້ແມ່ນອີກ 1 ໂຄງການ ທີ່ສາມາດປຽບເໝືອນ “ການໃຫ້ເບັດຕຶກປາ”  ການແນະນໍາວິທີຕຶກປາ ແຕ່ບໍ່ແມ່ນໃຫ້ປາມາກິນ ເພື່ອອີ່ມທ້ອງມື້ນີ້ ແລະ ມື້ອື່ນ.

ໂດຍເພື່ອເປັນການເພີ່ມຄວາມສະດວກໃນການໃຊ້ ແພລັດຟອມ ກໍໄດ້ສຳເລັດການຕິດຕັ້ງປ້າຍຈຸດໜ່ວຍບໍລິການ ທັງໝົດ 20 ຈຸດ ລວມທັງຢູ່ໃນນະຄອນຫລວງວຽງຈັນ ແຂວງຈຳປາສັກ, ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ຫຼວງພະບາງ, ອັດຕະປື, ຫຼວງນໍ້າທາ ແລະ ແຂວງໄຊຍະບູລີ.

ໃນໂອກາດດຽວກັນ ທ່ານ ຫວັງ ຊາງ (WANG CHANG) ອຸປະທູດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ເປັນ 1 ໃນ 8 ໂຄງການ ທີ່ລັດຖະບານຈີນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ, ເປັນມາດຕະການສຳຄັນໃນການປະຕິບັດແຜນການດຳເນີນງານລົງເລິກການກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບ ສູງ ແລະ ການຮ່ວມມືລະດັບສູງຂອງປະຊາຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ.

Related Articles

Leave a Reply