ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງປະເທດ ໄທ ເປີດໂຕ ການຊໍາລະຂ້າມແດນດ້ວຍ QR Code ລະຫວ່າງ ສປປ ລາວ ແລະ ປະເທດໄທ. ເພື່ອຍົກສູງການເຊື່ອມໂຍງທາງດ້ານການເງິນຂອງອາຊຽນ ໃນການອຳນວຍຄວາມສະດວກການເຮັດທຸລະກຳຂ້າມແດນໃຫ້ມີຄວາມວ່ອງໄວ, ມີປະສິດທິຜົນ ແລະ ປອດໄພ.
ໂດຍ ພິທີເປີດໂຕດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ເສດຖະພຸດ ສຸດທິວາດນະຣຶພຸດ, ຜູ້ວ່າການທະນາຄານແຫ່ງ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເປັນສັກຂີພະຍານ.
ການຮ່ວມມືດັ່ງກ່າວ ແມ່ນແນໃສ່ເພື່ອສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ຂອງພວກເຮົາໃຫ້ນັບມື້ນັບຂະຫຍາຍຕົວ, ການຊໍາລະດັ່ງກ່າວຍັງຈະຊ່ວຍເຮັດໃຫ້ຂະບວນການຊໍາລະມີຄວາມສະດວກງ່າຍດາຍ, ຫຼຸດຜ່ອນຕົ້ນທຶນໃນການ ເຮັດທຸລະກຳ ແລະ ສົ່ງເສີມການເຂົ້າເຖິງການຊໍາລະ ທີ່ຈະຊ່ວຍໃຫ້ບັນດາທຸລະກິດ, ຜູ້ປະກອບການ ແລະ ລູກຄ້າ ຈາກທັງສອງປະເທດປົດລັອກໂອກາດໃໝ່ສໍາລັບການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ.
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ “ການຮ່ວມມືດ້ານການບໍລິການທາງການເງິນລະຫວ່າງ ສປປ ລາວ ແລະ ໄທ ສະແດງໃຫ້ເຫັນວິໄສທັດຮ່ວມກັນເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດໃນລະດັບສາກົນ”.
ອີງຕາມການລາຍງານຂອງ ທະນາຄານແຫ່ງປະເທດໄທ ການບໍລິການຊໍາລະ QR ຂ້າມຊາຍແດນມີຈຸດປະສົງເພື່ອສະໜັບສະໜູນການເຮັດທຸລະກໍາລະຫວ່າງປະເທດ ໂດຍສະເພາະແມ່ນທຸລະກຳທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ, ເຊິ່ງໃນປີ 2023 ປະເທດໄທ ແລະ ລາວ ມີຈຳນວນນັກທ່ອງທ່ຽວລະຫວ່າງກັນສູງເຖິງ 2 ລ້ານຄົນ ແລະ ມີທ່າອຽງທີ່ຈະຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໂດຍການເປີດໂຕໃນຄັ້ງນີ້ ຖືເປັນໄລຍະທຳອິດຂອງໂຄງການ ເຊິ່ງຜູ້ໃຊ້ບໍລິການຈາກ ສປປ ລາວ ສາມາດໃຊ້ແອັບພລິເຄຊັນມືຖືຂອງທະນາຄານການຄ້າລາວທີ່ເຂົ້າຮ່ວມເພື່ອສະແກນ QR code ຂອງໄທ ເພື່ອຊໍາລະຄ່າສິນຄ້າ ແລະ ການບໍລິການຢູ່ຮ້ານຄ້າໃນປະເທດໄທທີ່ເຂົ້າຮ່ວມໂຄງການ. ເລີ່ມແຕ່ວັນທີ 3 ເມສາ 2024 ເປັນຕົ້ນໄປ.
ສ່ວນໄລຍະທີສອງ ຜູ້ໃຊ້ຈາກປະເທດໄທຈະສາມາດໃຊ້ແອັບພລິເຄຊັນມືຖືຂອງທະນາຄານການຄ້າໄທທີ່ເຂົ້າຮ່ວມເພື່ອສະແກນ QR code LAO ເພື່ອຊໍາລະຄ່າສິນຄ້າ ແລະ ການບໍລິການຢູ່ຮ້ານຄ້າໃນ ສປປ ລາວ ທີ່ເຂົ້າຮ່ວມໂຄງການ. ການບໍລິການຈະເລີ່ມພາຍໃນເດືອນມິຖຸນາ 2024.
ຄຽງຄູ່ກັບພິທີເປີດໂຕດັ່ງກ່າວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານນໍາເຂົ້າ-ສົ່ງອອກຂອງ ປະເທດໄທ ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືສອງຝ່າຍທາງດ້ານການເງິນ ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງລາວ ແລະ ໄທ ພ້ອມທັງເຮັດໃຫ້ບັນດານັກລົງທຶນທັງສອງສະຖາບັນສາມາດເຂົ້າເຖິງທຶນ ແລະ ຜະລິດຕະພັນທາງດ້ານການເງິນລະຫວ່າງກັນ.
ນອກຈາກນີ້, ພາຍໃຕ້ການເຊື່ອມໂຍງທາງດ້ານການເງິນອາຊຽນ, ທະນາຄານແຫ່ງ ສປປ ລາວ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເຊື່ອມໂຍງ ການຊໍາລະຂອງພາກພື້ນ ສະບັບທີ 3 ຊຶ່ງຜ່ານມາໄດ້ມີ 7 ທະນາຄານກາງອາຊຽນ ໄດ້ລົງນາມເປັນທີ່ຮຽບຮ້ອຍແລ້ວ. ຄວາມສໍາຄັນຂອງ ການລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ປະກອບມີ ຄວາມມຸ່ງຫວັງທີ່ຈະສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງການເງິນຂອງພາກພື້ນອາຊຽນ ແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໂດຍການສົ່ງເສີມການເຮັດທຸລະກຳເປັນສະກຸນເງິນທ້ອງຖິ່ນ ແລະ ການອຳນວຍຄວາມສະດວກທາງດ້ານການ ຊໍາລະຂ້າມແດນ; ການເຊື່ອມຕໍ່ດ້ານການຊໍາລະທີ່ບໍ່ມີຂອບເຂດ ຊຶ່ງຈະສ້າງເງື່ອນໄຂໃຫ້ແກ່ທຸລະກິດ, ບຸກຄົນ ແລະ ລັດຖະບານ ໃນການເຮັດທຸລະກຳຂ້າມແດນຢ່າງມີປະສິດທີຜົນ ກໍຄືການຊໍາລະຂ້າມແດນທີ່ວ່ອງໄວ, ມີຕົ້ນທຶນຕໍ່າ, ມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ.