Vientiane Times Lao
ສພຂ ໄດ້ຮັບການຊ່ວຍເຫຼືອອຸປະກອນໄອຊີທີ ແລະ ພາຫະນະຈາກ USAID ແລະ UNDP

ສພຂ ໄດ້ຮັບການຊ່ວຍເຫຼືອອຸປະກອນໄອຊີທີ ແລະ ພາຫະນະຈາກ USAID ແລະ UNDP

ສະພາປະຊາຊົນຂັ້ນແຂວງ (ສພຂ) ໃນທົ່ວປະເທດ ໄດ້ຮັບການຊ່ວຍເຫຼືອອຸປະກອນໄອຊີທີ ແລະ ພາຫະນະຈາກອົງການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວໂດຍຜ່ານການຮ່ວມມືໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ (STEPs).

ພິທີມອບ-ຮັບອຸປະກອນ ແລະ ພາຫະນະດັງກ່າວນັ້ນໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ສະພາແຫ່ງຊາດ (ສພຊ), ຕາງໜ້າມອບໂດຍ ທ່ານ ໄມໂຄຣ ຊິບເຟີ ຮອງຜູ້ອຳນວຍການຝ່າຍບໍລິຫານອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳພາກພື້ນອາຊີ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ.

ເຄື່ອງອຸປະກອນດິຈິຕອນທີ່ທັນສະໄໝ ແມ່ນມີຄວາມສຳຄັນຫຼາຍໃນຂະບວນການເຜີຍແຜ່ວຽກງານຂອງສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນ ທັງເປັນການເພີ່ມຄວາມໂປ່ງໃສຂອງຂໍ້ມູນ-ຂ່າວສານ ກ່ຽວກັບ ສພຂ ນຳອີກ, ການສະໜັບສະໜູນຢ່າງຕໍ່ເນື່ອງຂອງໂຄງການສະເຕັບສ໌ ຈະເຮັດໃຫ້ມີຄວາມຍືນຍົງ ແລະ ຜົນໄດ້ຮັບທີ່ດີໃນໄລຍະຍາວອີກດ້ວຍ.

ຂ່າວ: ສພຊ

Related Articles

Leave a Reply