Vientiane Times Lao
ສອງຜົວເມຍເລາະລັກຊັບ ຍ້ອນຕິດຢາເສບຕິດ

ສອງຜົວເມຍເລາະລັກຊັບ ຍ້ອນຕິດຢາເສບຕິດ

ເຈົ້າໜ້າທີ່ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັບສອງຜົວເມຍ ໃນວັນທີ 12 ກຸມພາ 2025 ທີ່ຜ່ານມານີ້ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຂໍ້ຫາລັກຊັບໄປຂາຍຍ້ອນຕິດຢາເສບຕິດ.

ພທ ສຸບັນໄຊ ບຸນມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ສອງຜົວເມຍທີ່ກໍ່ເຫດລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ ໃນວັນທີ 6 ກຸມພາ 2025 ທີ່ຜ່ານມາ ແມ່ນເຄີຍກໍ່ເຫດລັກຊັບພົນລະເມືອງມາແລ້ວ 4 ຄັ້ງ ກ່ອນເຈົ້າໜ້າທີ່ຈັບໄດ້ໃນວັນທີ 12 ກຸມພາຜ່ານມາ.

ຜູ້ກໍ່ເຫດ ຊື່ ທ້າວ ປາລີ ຫຼື ເປັດ ແລະ ນາງ ບຸນວິໄລ ຫຼື ແວວ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ຜ່ານການສືບສວນສອບສວນ ເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຂີ່ລົດຈັກເວບຈີນ ສີດໍາ ປ້າຍທະບຽນ ດວ 9642 ເຄື່ອນໄຫວລັກຊັບຂອງພົນລະເມືອງມາແລ້ວຈຳນວນ 04 ຄັ້ງຄື:

ຄັ້ງທີ 1, ວັນທີ່ 8 ພະຈິກ 2024 ເວລາ 11 ໂມງໄດ້ໄປລັກປໍ້າລົມ ຈໍານວນ 01 ໜ່ວຍ ຢູ່ ບ້ານວັດນາກ ເມືອງສີ ສັດຕະນາກ; ຄັ້ງທີ 2, ວັນທີ່ 11 ທັນວາ 2024 ເວລາ 17ໂມງ ໄດ້ໄປລັກຂັ້ນໄດໂລຢູ່ລົດກະບະທີ່ຈອດໄວ້ແຄມທາງໜ້າໂຮງໝໍ 103 ເມືອງສີສັດຕະນາກ; ຄັ້ງທີ 3, ວັນທີ່ 22 ມັງກອນ ປີ 2025 ລັກໂທລະສັບຊຳຊຸງຢູ່ເບາະລົດຈັກພີນໂນ ທີ່ຈອດໄວ້ໜ້າຮ້ານຊີ້ນດາດຢູ່ ບ້ານທົ່ງພານທອງ ເມືອງສີສັດຕະນາກ

 ແລະ ຄັ້ງທີ 4, ວັນທີ່ 6 ກຸມພາ 2025 ເວລາ 11 ໂມງ ໄປລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ.

ສາເຫດ ແລະ ແຮງຈູງໃຈຂອງການກໍ່ເຫດ ຍ້ອນພວກກ່ຽວຕິດຢາເສບຕິດ ຢາກໄດ້ເງິນຈຶ່ງໄປຊອກລັກເຄື່ອງເພື່ອໄປຂາຍ ເອົາເງີນມາເພື່ອຊື້ຢາເສບຕິດ ແລະ ໃຊ້ຈ່າຍໃນຄອບຄົວ. ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບເກັບກູ້ຂອງກາງທີ່ພວກກ່ຽວລັກໄປຂາຍນັ້ນ ມາສົ່ງຄືນເຈົ້າຂອງເດີມ.

ແຫຼ່ງຂໍ້ມູນ: ໜັງສືພິມຄວາມສະຫງົບ, ໜ່ວຍງານຂ່າວອາຊະຍາກຳ

Related Articles

Leave a Reply