Vientiane Times Lao
ສະຖາບັນຂົງຈື່ ສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 20 ປີ

ສະຖາບັນຂົງຈື່ ສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 20 ປີ

ສະຖາບັນຂົງຈື່ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈື່ໂລກ ຄົບຮອບ 20 ປີ ພ້ອມກັບເປີດສົກຮຽນໃໝ່ 2024-2025 ຂຶ້ນ ທີ່ສະຖາບັນຂົງຈື່ ໃນວັນທີ 23 ພະຈິກ 2024 ນີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ພ້ອມດ້ວຍຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ ຝ່າຍຈີນ.

ໃນພິທີ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວໄດ້ຜ່ານ ບົດສະຫຼຸບ ການຈັດ ຕັ້ງປະຕິບັດວຽກງານປະຈໍາສົກຮຽນ 2023-2024 ແລະ ຜ່ານແຜນການປີ 2024-2025, ໃນນັ້ນ ໄດ້ຍົກໃຫ້ເຫັນວ່າ: ສະຖາບັນຂົງຈື່ ມຊ ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2010 ປັດຈຸບັນ ສະຖາບັນຂົງຈື່ມີຫ້ອງຮຽນຂົງຈື່ທີ່ຂຶ້ນກັບ ຈຳ ນວນ 5 ແຫ່ງຄືຫ້ອງຮຽນຂົງຈື ມສ ສາທິດ, ມສ ວຽງຈັນ, ໂຮງຮຽນຊົນເຜົ່າກິນນອນວັງວຽງ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖາບັນຂົງຈື່ມີຜູ້ອໍານວຍການຝ່າຍລາວ 1 ທ່ານ, ຝ່າຍຈີນ 1 ທ່ານ, ຮອງຜູ້ອໍານວຍການ 3 ທ່ານ ປະກອບດ້ວຍສອງພາກສ່ວນຄື: ຝ່າຍລາວ ແລະ ຝ່າຍຈີນ. ຝ່າຍລາວ ມີພະນັກງານທັງໝົດ 10 ທ່ານ, ຝ່າຍຈີນມີພະນັກງານຄູ-ອາຈານ-ອາສາສະໝັກທັງໝົດ 42 ທ່ານ ຍິງ 38 ທ່ານ, ໃນນີ້ມີຊ່ຽວຊານ 6 ທ່ານ.

ໃນສົກຮຽນ 2023-2024 ສະຖາບັນຂົງຈື່ ໄດ້ສໍາເລັດການຈັດສອບເສັງຄັດເລືອກ ນັກສຶກສາເຂົ້າຮຽນ ແລະ ລົງທະບຽນຮັບນັກສຶກສາຫຼັກສູດປະລິນຍາຕີສາຂາຄູພາສາຈີນປີ 1 ສົກຮຽນ 2024 ຈໍານວນ 106 ຄົນ, ປັດຈຸບັນສະຖາບັນຂົງຈືມີນັກສຶກສາປີ 1-ປີ 4 ຈໍານວນທັງໝົດ 336 ຄົນ ຍິງ 103 ຄົນ, ໄດ້ສໍາເລັດການຝຶກ ອົບຮົບພາສາຈີນສະເພາະໃຫ້ຄະນະນໍາຄະນະຈັດຕັ້ງສູນກາງພັກປີນີ້ຖືວ່າເປັນປີທີ 3, ສໍາເລັດການຝຶກອົບຮົມຫຼັກສູດ ບໍາລຸງພາສາຈີນໃຫ້ແກ່ກອງກໍາລັງປ້ອງກັນຄວາມສະຫງົບກົມໃຫຍ່ສັນຕິບານປີນີ້ເປັນປີທີ 2, ສໍາເລັດການ ດໍາເນີນ ຂໍ້ຕົກລົງທຶນນະໂຍບາຍໃຫ້ແກ່​ນັກສຶກ​ສາ​​ທຸກ​ຍາກທີ່ຮຽນ​ດີ​ຮຽນ​ເກັ່ງທີ່​ສະ​ຖາ​ບັນ​ຂົງ​ຈື່ຊຸດທີ 27-28 ປະຈໍາສົກປີ 2023-2024 ທັງໝົດ 240 ທຶນຕໍ່ປີ, ສໍາເລັດການປະເມີນການ ສອນຂອງອາຈານ ໃນຫຼັກສູດປະລິນຍາຕີສາຂາຄູ ພາສາຈີນ, ພາກບໍາລຸງພາສາຈີນ, ຫ້ອງຮຽນຂົງຈື ແລະ ຊຸດຮຽນພາສາຈີນຂອງສະຖາບັນຂົງຈືປະຈໍາ ສົກຮຽນ 2023-2024 ຈໍານວນ 2 ຄັ້ງ  ແລະ ຜົນງານດ້ານອື່ນໆ.

ພ້ອມກັນນັ້ນ, ໃນພິທີ ຍັງໄດ້ມອບນາມມະຍົດພັດທະນາດີເດັ່ນໃຫ້ພະນັກງານຄູ-ອາຈານ, ມອບໃບຍ້ອງຍໍ ຂັ້ນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຂັ້ນອະທິການບໍດີ ມຊ ໃຫ້ຄູ-ອາຈານທີ່ມີຜົນງານ ດີເດັ່ນໃນໄລຍະ 1 ປີຜ່ານມາ ໂດຍການໃຫ້ກຽດມອບຂອງທ່ານ ພຸດ ສິມມາລາວົງ ແລະ ທ່ານ ເດຊານຸລາດ ແສນດວງເດດ, ຈາກນັ້ນ ໄດ້ມີພິທີເຊັນສັນຍາສືບຕໍ່ມອບທຶນການສຶກສາໃຫ້ແກ່​ນັກສຶກ​ສາ​​ທຸກ​ຍາກ, ຮຽນ​ດີ​ຮຽນ​ເກັ່ງຂອງທະນາຄານລາວ-ຈີນໃຫ້ແກ່ສະຖາບັນຂົງຈື່.

ຂ່າວ: CRI

Related Articles

Leave a Reply