ເມື່ອບໍ່ດົນມານີ້, ສູນສອບເສັງພາສາຈີນສາກົນ ແລະ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ຈັດງານສໍາມະນາ HSK (ລະດັບພາສາຈີນ) ແລະ ສຶກສາທີ່ປະເທດຈີນ ຢູ່ສະຖາບັນຂົງຈື ເປັນກຽດເຂົ້າຮ່ວມໂດຍ ທ່ານ ຫຼຸຍ ສຽວຫຼົງ (Liu Xiao Long) ຮອງຜູ້ອໍານວຍການສູນສອບເສັງພາສາຈີນສາກົນ, ພ້ອມເລຂາຄະນະພັກຄະນະສຶກສາຕ່າງປະເທດມະຫາວິທະຍາໄລ ໜານຈິງ ສປ ຈີນ, ຜູ້ອໍານວຍການສະຖາບັນຂົງຈື ທັງສອງຝ່າຍລາວ-ຈີນ ແລະ ຄູ-ອາຈານນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາ ໄດ້ເຂົ້າໃຈສະພາບໂດຍພື້ນຖານຂອງສະຖາບັນການສຶກສາຊັ້ນສູງຂອງຈີນ ແລະ ຈຸດພິເສດສາຂາວິຊາຂອງແຕ່ລະມະຫາວິທະຍາໄລ ໂດຍຜ່ານການແລກປ່ຽນສົນທະນາໂດຍກົງກັບມະຫາວິທະຍາໄລ ທີ່ມາຈາກ ສປ ຈີນ ແນໃສ່ສົ່ງເສີມໃຫ້ນັກສຶກສາມີຄວາມມັກຮັກໃນການຮຽນພາສາຈີນ ແລະ ມີຄວາມສົນໃຈໄປສຶກສາທີ່ປະເທດຈີນ.
ສະຖາບັນຂົງຈື ມຊ ໄດ້ຮັບການສ້າງຕັ້ງຂື້ນເມື່ອ 14 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງປະເທດລາວ-ຈີນ, ໄດ້ປະກອບສ່ວນໃນຂໍ້ລີ່ເລີ່ມ “ ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ໂດຍເລີ່ມຈາກການເຂົ້າເຖິງພາສາ, ການນໍາໃຊ້ວັດທະນະທຳ, ການເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ ເພື່ອພັດທະນາຄວາມອາດສາມາດຂອງຕົນ,ພ້ອມເປີດກວ້າງການໂຄສະນາພາສາຈີນ ແລະ ກິດຈະກຳແລກປ່ຽນວັດທະນະທຳລາວ-ຈີນ, ເພື່ອນໍາໃຊ້ເຂົ້າໃນວຽກງານແລກປ່ຽນວັດທະນະທຳລາວ-ຈີນ ແລະ ປະກອບສ່ວນໃນການພັດທະນາສາຍພົວພັນມິດຕະພາບທີ່ດີລະຫວ່າງລາວ-ຈີນ.
ຂ່າວ: CRI