ໃນໄລຍະວັນທີ 16 ຫາ 19 ມັງກອນ 2025 ນີ້, ສະພາບອາກາດ ຍັງຈະເຢັນລົງ 2 ຫາ 3 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ແລະ ສະພາບອາກາດໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ ແລະ ພາກກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ອີກເທື່ອໃໝ່ ດ້ວຍກໍາລັງປານກາງ ຫາ ແຮງ ພ້ອມດຽວກັນລົມມໍລະສຸມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມ.