Vientiane Times Lao
ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນລົງ ໃນໄລຍະນີ້

ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນລົງ ໃນໄລຍະນີ້

ໃນໄລຍະວັນທີ 3 ຫາ 7 ກຸມພາ 2025 ນີ້, ສະພາບອາກາດ ຍັງຈະສຶບຕໍ່ເຢັນລົງຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ໃນ ແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ເນື່ອງຈາກມວນອາກາດໜາວເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມ.

ຕໍ່ສະພາບອາກາດໜາວນີ້, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດທີ່ຈະໜາວເຢັນຫຼາຍ ແລະ ລົມພັດແຮງ ໂດຍສະເພາະ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ຊຶ່ງອາດຈະມີຜົນກະທົບຕໍສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

Related Articles

Leave a Reply