ສະພາບອາກາດ ຫຼື ສະຖານະການ ຝຸ່ນ PM2.5 ຫຼາຍຂົງເຂດທົ່ວປະເທດລາວ ເລີ່ມເຂົ້າສູ່ລະດັບ ທີ່ສາມາດມີຜົນກະທົບຕໍ່ສຸຂະພາບ ຄົນທົ່ວໄປ. ຕາມຂໍ້ມູນຈາກ ສະຖາບັນບັນຄົ້ນຄວ້າ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ວັນທີ 3 ກຸມພາ 2025.
ໂດຍໃນຂົງເຂດທີ່ອັນຕະລາຍ ທີ່ສຸດ ສາມາດວັດແທກລະດັບ ຝຸ່ນ PM2.5 ໄດ້ທີ່ລະດັບ 146.5 ໄມໂຄກຣາມ ທີ່ເມືອງ ສາມັກຄີໄຊ ແຂວງອັດຕະປື ສາມາດວັດແທກຄຸນະພາບອາກາດ ຫຼື Air Quality Index (AQI) ໄດ້ທີ່ 197, ເຊິ່ງຢູ່ໃນລະດັບ ສາມາດສົ່ງຜົນກະທົບຕໍ່ສຸຂະພາບ ຄົນທົ່ວໄປ.
ຝຸ່ນລະອອງຂະໜາດນ້ອຍກ່ວາ 2.5 ໄມຄຣອນ ຫຼື PM2.5 ເປັນຝຸ່ນທີ່ນ້ອຍບໍ່ສາມາດ ເບິ່ງເຫັນໄດ້ດ້ວຍຕາເປົ່າ ແຕ່ສົ່ງຜົນອັນຕະລາຍຕໍ່ສຸຂະພາບ.ຖ້າສູດດົມ PM2.5 ເຂົ້າສູ່ຮ່າງກາຍໂດຍຜ່ານທາງ ລົມຫາຍໃຈ ແລະ ເຂົ້າສູ່ປອດ ອາດເຂົ້າສູ່ກະແສເລືອດໄຫຼວຽນໄປທົ່ວຮ່າງກາຍຈະກໍ່ໃຫ້ເກີດບັນຫາສຸຂະພາບໄລຍະສັ້ນ ແລະ ຍາວ.
ໂດຍ ລະດັບ AQI ສາມາດວັດແທກ ແລະ ແຍກອອກເປັນລະດັບຄວາມອັນຕະລາຍດັ່ງນີ້: (0-25) ດີຫຼາຍ; (26-37) ດີ; (38-50) ປານກາງ; (51-90) ເລີ່ມມີຜົນກະທົບຕໍ່ຄົນປ່ວຍ ຫຼື ຄົນທີ່ມີຮ່າງກາຍອ່ອນເພຍ; (91-150) ມີຜົນກະທົບຕໍ່ສຸຂະພາບ; (151-250) ມີຜົນກະທົບປານກາງຕໍ່ສຸຂະພາບ; (250 ຂຶ້ນໄປ) ມີຜົນກະທົບສູງຕໍ່ ສຸຂະພາບ.
ນອກຈາກນີ້ ພື້ນທີ່ຂອງ ສປປ ລາວ ຍັງສາມາດວັດແທກສະພາບອາກາດໄດ້ໃນລະດັບ ເລີ່ມມີຜົນກະທົບຕໍ່ຄົນປ່ວຍ ຫຼື ຄົນທີ່ມີຮ່າງກາຍອ່ອນເພຍ ດັ່ງນີ້: ເມືອງຄົງເຊໂດນ ແຂວງສາລະວັນ; ເມືອງປາກຊັນ ແຂວງບໍລິຄຳໄຊ; ບ້ານອາກາດ (ກົມອຸຕຸນິຍົມ) ນະຄອນຫຼວງວຽງຈັນ; ເມຶອງຊະນະຄາມ ແຂວງວຽງຈັນ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ເມືອງສາລະວັນ ແຂວງສາລະວັນ. ເຊິ່ງພື້ນທີ່ເຫຼົ່ານີ້ ສາມາດວັດແທກ ລະດັບຄຸນະພາບອາກາດໄດ້ທີ່ລະດັບ 153-163 AQI.
ໂດຍໃນສະພາບອາກາດແບບນີ້ ພາກສ່ວນກ່ຽວຂ້ອງ ໄດ້ແນະນຳໃຫ້ ປະຊາຊົນຫຼີກລ້ຽງກິດຈະກຳ ກາງແຈ້ງ ຄວນໃສ່ຜ້າອັດປາກທຸກຄັ້ງເມື່ອອອກກາງແຈ້ງ, ຜູ້ໃດມີອາການຜິດປົກກະຕິຄວນເຂົ້າພົບ ແລະ ປຶກສາແພດໝໍທັນທີ.
ໃນຂະນະທີ່ ເມືອງຊຳເໜືອ ແຂວງຫົວພັນ ເປັນພື້ນທີ່ດຽວສາມາດວັດແທກສະພາບອາກາດໄດ້ໃນລະດັບ ດີຫຼາຍ PM2.5 25.1 ຄຸນະພາບອາກາດ ວັດແທກໄດ້ທີ່ 25 AQI.
ຢ່າງໃດກໍຕາມ, ອີງຕາມຂໍ້ມູນຂອງ ພະແນກ ໝອກຄວັນ ສະຖາບັນບັນຄົ້ນຄວ້າ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເຫັນວ່າ ໃນລະດູແລ້ງຂອງທຸກໆປີ ສປປ ລາວຈະມີໝອກຄວັນປົກຄຸມໜາແໜ້ນ ໃນຫຼາຍໆພື້ນທີ່ທົ່ວປະເທດ ເນື່ອງຈາກເປັນລະດູທີ່ຊາວກະສິກອນ ເລີ່ມຈູດໄຮ່ເພື່ອເຮັດການຜະລິດ ໂດຍສະເພາະເດືອນ ເມສາ ຫາ ເດືອນພຶດສະພາ ເຊິ່ງເປັນເດືອນທີ່ ອາກາດຮ້ອນ ອົບເອົ້າ ແຮງລົມພັດຕໍ່າ ສະພາບຄວາມຊື້ນສູງ ເຮັດໃຫ້ທັດສະນິຍະພາບຖືກປິດບັງໂດຍ ຝຸ່ນ PM2.5.
ໂດຍ ຕາມຂໍ້ມູນຂອງ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, PM2.5 ໃນສປປ ລາວ 30% ແມ່ນເກີດຈາກການຈູດຂີ້ເຫຍື້ອ, ການຈູດປ່າ ຈູດໄຮ່ເພື່ອເຮັດການກະສິກຳ ໃນຂະນະທີ່ສາເຫດອື່ນມາຈາກ ມົນລະພິດຈາກຄວັນລົດໃນພື້ນທີ່ປະຊາກອນໜາແໜ້ນ ແລະ ໂຮງງານອຸດສາຫະກຳທີ່ນຳໃຊ້ເຊື້ອໄຟທີ່ບໍ່ສະອາດ.