Vientiane Times Lao
ສະມາຄົມນັກຂ່າວລາວ-ຈີນແລກປ່ຽນວຽກງານສື່ມວນຊົນຮ່ວມກັນ

ສະມາຄົມນັກຂ່າວລາວ-ຈີນແລກປ່ຽນວຽກງານສື່ມວນຊົນຮ່ວມກັນ

ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານສື່ມວນຊົນ ລະຫວ່າງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວທົ່ວປະເທດຈີນ ຈັດຂຶ້ນວັນທີ 23 ເມສານີ້ ທີ່ໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ນະຄອນຫຼວວຽງຈັນເນື່ອງໃນໂອກາດທີ່ຄະນະຜູ້ແທນສະມາຄົມນັກຂ່າວທົ່ວປະເທດຈີນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 22-24 ເມສາ 2025.

ການພົບປະຄັ້ງນີ້, ຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ຝ່າຍຈີນນໍາໂດຍ ທ່ານ ນາງ ລີ ຊຽວຈຸນ ຮອງປະທານສະມາຄົມນັກຂ່າວທົ່ວປະເທດຈີນ, ມີຜູ້ຕາງໜ້າສື່ມວນຊົນຂັ້ນສູນກາງທັງພາກລັດ ແລະ ເອກະຊົນ, ພ້ອມດ້ວຍສື່ມວນຊົນສໍານັກງານຕ່າງໆເຂົ້າຮ່ວມ.

ກອງປະຊຸມພົບປະໃນຄັ້ງນີ້, ສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວຂອງສະມາຄົມຕົນໃຫ້ກັນ ແລະ ກັນຊາບ ເປັນຕົ້ນພາລະບົດບົດບາດ, ສິດ ແລະ ໜ້າທີ່ຂອງສະມາຄົມໃນການເຮັດໜ້າທີ່ເປັນຕົວແທນ ກໍຄືເປັນຂົວຕໍ່ ແລະ ເປັນຜູ້ປະສານງານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ຊຶ່ງສະມາຄົມນັກຂ່າວແຫ່ງ ສປປ ລາວ ນັບແຕ່ສ້າງຕັ້ງຂຶ້ນມາໄດ້ເຮັດໜ້າທີ່ເຄື່ອນໄຫວພົວພັນຮ່ວມມືກັບສະມາຄົມນັກຂ່າວຕ່າງປະເທດ ເປັນຕົ້ນ ສປ ຈີນ,​ ຫວຽດນາມ ແລະ ໄທ ແລະ ການພົວພັນຮ່ວມມືກັບສື່ມວນຊົນສາກົນ ເພື່ອນໍາເອົາບົດຮຽນ ແລະ ດຶງດູດເອົາການພົວພັນຮ່ວມມືມາໃຫ້ສື່ລາວ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນ, ຖອດຖອນບົດຮຽນຮ່ວມກັນ, ສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງສື່ໃນຍຸກປັດຈຸບັນທີ່ມີສື່ແບບໃໝ່ເຂົ້າມາມີບົດບາດມັນໄດ້ກະທົບຕໍ່ສື່ດັ່ງເດີມ ແຕ່ເຖິງຢ່າງໃດກໍຕາມສອງຝ່າຍຈະຮ່ວມມືກັນປັບປຸງແກ້ໄຂບັນຫາທີ່ຫຍຸ້ງຍາກເຫຼົ່ານັ້ນ ເພື່ອພ້ອມກັນພັດທະນາສື່ໃຫ້ມີຄວາມທັນສະໄໝເປັນກະບອກສຽງອັນແຫຼມຄົມໃຫ້ແກ່ການໂຄສະນາເຜີຍແຜ່ການພົວພັນຮ່ວມມືຂອງສອງປະເທດລາວ-ຈີນ ໃຫ້ນັບມື້ກວ້າງຂວາງ ແລະ ມີຜົນສຳເລັດເປັນກ້າວໆ.

ໃນ​ກອງ​ປະ​ຊຸມຝ່າຍຈີນ, ຍັງໄດ້ແລກປ່ຽນປະສົບການການລົງເກັບເກັບຂ່າວ ເປັນຕົ້ນການສ້າງຕາໜ່າງຂ່າວຂອງສື່ມວນຊົນຈີນ ໃນການສົ່ງນັກຂ່າວລົງໄປປະຈຳຢູ່ຮາກຖານຂັ້ນທ້ອງຖິ່ນ ເພື່ອລົງເກັບກຳຂ່າວສົ່ງມາໃຫ້ສຳນັກງານ ເພື່ອອອກຂ່າວໃຫ້ທ່ວງທັນກັບສະພາບການ ແລະ ຂໍ້ມູນຂ່າວຖືກກັບສະພາບຕົວຈິງ.

ໂອກາດທີ່ຄະນະຜູ້ແທນສະມາຄົມນັກຂ່າວທົ່ວປະເທດຈີນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ສະມາຄົມນັກຂ່າວແຫ່ງ ສປປ ລາວ ຍັງໄດ້ນໍາພາໄປຢ້ຽມຢາມໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳຄັນຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນຕື່ມອີກ.

ຂ່າວ-ພາບ: ວັນເພັງ

Related Articles

Leave a Reply