ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢຸນນານ ສປ ຈີນ ໄດ້ຊ່ວຍອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ແລະ 4 ແຂວງພາກເໜືອຂອງລາວ ໂດຍມີພິທີມອບ-ຮັບ ທີ່ ຫ້ອງການບໍລິການສະຖານກົງສຸນໃຫຍ່ ນະຄອນຄຸນມິງ ແຂວງ ຢຸນນານ ສປ ຈີນ ເມື່ອມໍ່ໆມານີ້ລະຫວ່າງ ທ່ານ ນາງ ຢາງ ມູ້ ຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ເປັນຜູ້ມອບ ແລະ ຕາງໜ້າຝ່າຍລາວຮັບໂດຍ ທ່ານ ນາງ ມະນີລາ ສົມບັນດິດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນຄຸນມິງ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍຈໍານວນໜຶ່ງ.
ໃນໂອກາດນີ້, ທ່ານ ນາງ ມະນີລາ ສົມບັນດິດ ໄດ້ຕາງໜ້າໃຫ້ພັກ-ລັດ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນແຂວງຢູນນານ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທຸກຄັ້ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະທີ່ຜ່ານມາ ແລະ ຄັ້ງນີ້ ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢູນນານ ກໍ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນດ້ານການແພດລວມມູນ ມູນຄ່າ 1 ລ້ານຢວນ ແກ່ກະຊວງສາທາລະນະສຸກ ແລະ 4 ແຂວງພາກເໜືອຂອງລາວ ຊຶ່ງການຊ່ວຍເຫຼືອດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການຮັດແໜ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.