ສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ( LKFA ) ໄດ້ນຳ ເອົາຢາປົວພະຍາດມາມອບໃຫ້ສະພາແຫ່ງຊາດ, ໃນວັນທີ 14 ພຶດສະພາ 2025 ຜ່ານມານີ້, ທີ່ຫ້ອງຮັບແຂກສະພາແຫ່ງຊາດ (ສພຊ), ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ (LKFA) ນຳໂດຍ ທ່ານ ຄຳສວຍ ແກ້ວດາລາວົງ ປະທານ LKFA ພ້ອມດ້ວຍຄະນະ ໄດ້ນຳເອົາຢາປົວພະຍາດ ຈຳນວນໜຶ່ງ ມູນຄ່າ 6,000 ໂດລາສະຫະລັດ ທີ່ໄດ້ມາ ຈາກການຊ່ວຍເຫຼືອ ຂອງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ (KLFA) ມອບໃຫ້ແກ່ ສພຊ ແລະ ກ່າວຮັບໂດຍທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ກໍາມະການຄະນະປະຈໍາ ສພຊ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
ການມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະພາແຫ່ງຊາດ ຄັ້ງນີ້ ແມ່ນເປັນຄັ້ງທີ 2, ຊຶ່ງຄັ້ງທໍາອິດ ໄດ້ຈັດຂຶ້ນໃນຕົ້ນເດືອນເມສາ 2023 ປະກອບ ມີປະເພດຢາປົວພະຍາດຜີວໜັງ ລວມມີທັງໝົດມີ 54 ແກັດ ມູນຄ່າລວມ 240 ລ້ານກີບ ຫຼື 14.112 ໂດລາສະຫະລັດ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 08 ພຶດສະພາ 2025, ທາງ LKFA ນຳໂດຍທ່ານປະທານ ຄຳສວຍ ແກ້ວດາລາວົງ ພ້ອມຄະນະ ກໍໄດ້ນຳເອົາຢາປິ່ນປົວພະຍາດ ຈຳນວນ 5 ແກັດ ລວມມູນຄ່າ 8.560 ໂດລາສະຫະລັດ ໄປມອບໃຫ້ແກ່ໂຮງໝໍແມ່ ແລະ ເດັກເກີດໃໝ່ (ໂຮງໝໍສູນກາງ) ທີ່ ນະຄອນຫຼວງວຽງຈັນ ໂດຍການກ່າວຮັບຂອງ ທ່ານ ດຣ ບຸນຊູ ອິນທະປັດຖາ ຮອງຜູ້ອຳນວຍການໂຮງໝໍດັ່ງກ່າວ ໂດຍຊ້ອງໜ້າຄະນະບໍລິຫານງານ LKFA ພ້ອມດ້ວຍຄະນະພະແນກບໍລິຫານ ແລະ ແຜນການ, ພະແນກບໍລິຫານການແພດ ຂອງໂຮງໝໍດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.