ສະມາຄົມເຟິນິເຈີລາວໄດ້ນຳເອົາເງິນຈຳນວນ 15 ລ້ານກີບ ທີ່ລະດົມໄດ້ຈາກສະມາຊິກຂອງສະມາຄົມ ເພື່ອສົມທົບທຶນກັບພາກສ່ວນຕ່າງໆທີ່ຈະໄປມອບໃຫ້ຜູ້ທີ່ປະສົບໄພນ້ຳຖ້ວມຢູ່ໃນບັນດາແຂວງພາກກາງ ແລະ ພາກໃຕ້.
ການມອບຮັບເງິນຈຳນວນດັ່ງກ່າວແມ່ນໄດ້ຈັດຂຶ້ນມື້ວານນີ້ 17/09/2019 ຢູ່ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ແລະ ທ່ານນາງ ໃບຄຳ ຂັດທິຍະ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກສະມາຄົມເຟີນິເຈີລາວໄດ້ເຂົ້າຮ່ວມ.
