Vientiane Times Lao
ສະມາຊິກສະພາເຊື່ອວ່າການແກ້ໄຂຄວາມທຸກຍາກ ແລະ ລົງທຶນຂອງລັດໃນປີ 2020ຈະບໍ່ໄດ້ຕາມແຜນ

ສະມາຊິກສະພາເຊື່ອວ່າການແກ້ໄຂຄວາມທຸກຍາກ ແລະ ລົງທຶນຂອງລັດໃນປີ 2020ຈະບໍ່ໄດ້ຕາມແຜນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃຫ້ລັດຖະບານວ່າຄວາມທຸກຍາກ ແລະ ການລົງທຶນໃນຕໍ່ໜ້າ ອາດຈະບໍ່ບັນລຸຕາມຄາດໝາຍ.
ໃນອາທິດທີ່ຜ່ານມາ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ຈັນສີ ແສງຊົມພູ ສສຊ ເຂດ 2 ແຂວງຜົ້ງສາລີ ໄດ້ປະກອບຄຳເຫັນ ແລະ ສະເໜີລັດຖະບານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ວ່າ ການຈັດຕັ້ງປະຕິບັດຕົວຈິງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແມ່ນບໍ່ໄປຕາມຈຸດສຸມທີ່ລັດຖະບານວາງໄວ້ ຊຶ່ງເຮັດແບບລວມໆ ບໍ່ມີເປົ້າໝາຍຈະແຈ້ງ. ໂຄງປະກອບຂອງ ສປປ ລາວ ຍັງບໍ່ເຂັ້ມແຂງເທົ່າທີ່ຄວນ ຈຶ່ງສະເໜີໃຫ້ລັດຖະບານກຳນົດເປົ້າໝາຍລະອຽດໃນການສົ່ງເສີມການຜະລິດເພື່ອໃຫ້ປະຊາຊົນມີການຜະລິດ ແລະ ມີລາຍຮັບເພີ່ມຂຶ້ນ.
ທ່ານ ຄຳວອນ ບຸນທະວົງ ສສຊ ເຂດ 8 ແຂວງຫົວພັນກໍ່ໄດ້ປະກອບຄຳເຫັນກ່ຽວກັບຫົວຂໍ້ນີ້ເຊັ່ນກັນວ່າ: ແຜນແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2020 ເຊິ່ງທາງລັດຖະບານໄດ້ກຳນົດແຜນສູ້ຊົນຈະຫຼຸດຄອບຄົວທຸກຍາກໃຫ້ໄດ້ 3,000 ກວ່າ ຄອບຄົວ, ເຊື່ອວ່າການຈັດຕັ້ງປະຕິບັດຕົວຈິງແມ່ນຈະບໍ່ສາມາດບັນລຸຕາມແຜນ ຖ້າອີງໃສ່ມາດຖານການພົ້ນທຸກສະບັບໃໝ່ ເພາະມີການກຳນົດຕົວເລກຂ້ອນຂ້າງສູງ.
ສ່ວນການລົງທຶນຂອງລັດຖະບານທີ່ຜ່ານມາບໍ່ມີບັນຍາກາດທີ່ຟົດຟື້ນເທົ່າທີ່ຄວນ ຍ້ອນບັນຫາທຶນ ແລະ ການສະໜອງທຶນຍັງບໍ່ຫຼາຍ ສ່ວນໃຫ່ຍແມ່ນການລົງທຶນໃສ່ໂຄງການສືບຕໍ່ ສ່ວນໂຄງການໃໝ່ບໍ່ໄດ້ຮັບການສະໜອງທຶນທີ່ພຽງພໍ ໂດຍສະເພາະແມ່ນການລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ.

ຂ່າວ: ສົມພາວັນ
ພາບ: ຄຳພັນ

Related Articles

Leave a Reply