ວັນທີ 17 ກໍລະກົດນີ້ ແມ່ນມື້ທຳອິດຂອງກອງປະຊຸມພິຈາລະນານະໂຍບາຍການຄ້າຈີນ ຄັ້ງທີ 9 ຂອງອົງການການຄ້າໂລກ ຫຼື WTO, ສະມາຊິກ WTO ໄດ້ຕັ້ງໜ້າປະກອບຄຳເຫັນໃນກອງປະຊຸມດັ່ງກ່າວ ໂດຍໄດ້ຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຜົນສຳເລັດດ້ານການພັດທະນາຂອງຈີນ, ໄດ້ຕີລາຄາຕໍ່ການປະກອບສ່ວນອັນຕັ້ງໜ້າຂອງຈີນ ໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ ແລະ ປົກປັກຮັກສາລະບຽບການຄ້າຫຼາຍຝ່າຍ, ສະແດງຄວາມຊົມເຊີຍຕໍ່ນະໂຍບາຍກ່ຽວກັບການລົງເລິກການປະຕິຮູບພາຍໃນປະເທດ ແລະ ການເປີດກວ້າງເປີດປະຕູສູ່ພາຍນອກຂອງຈີນ ຕື່ມອີກ, ພ້ອມທັງ ໄດ້ຊົມເຊີຍຈີນທີ່ເດັດດ່ຽວສະໜັບສະໜູນລະບຽບການຄ້າຫຼາຍຝ່າຍ.
ສະມາຊິກຈຳນວນຫຼາຍຂອງ WTO ສະໜີວ່າ: ຫວັງວ່າຈີນ ຈະສືບຕໍ່ເດັດດ່ຽວຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ສະໜັບສະໜູນຫົວຂໍ້ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດນຳພາຫຼາຍກວ່າເກົ່າເຂົ້າໃນການປະຕິຮູບຂອງ WTO.
ຂ່າວ: CRI