ຂະແໜງປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າ: ປີ 2021 ນີ້ແຂວງສະຫວັນ ນະເຂດມີແຜນຈະປູກໄມ້ໃຫ້ 3.240 ເຮັກຕາ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2021) ຊຶ່ງປະຈຸບັນໄດ້ກຽມແກ່ນພັນໄມ້ໄວ້ແລ້ວ 1.860 ກິໂລ ແລະ ກ້າເບ້ຍໄມ້ປະເພດຕ່າງໆໄດ້ແລ້ວ 2,4 ລ້ານເບ້ຍ, ນອກນັ້ນ ຂະແໜງປ່າໄມ້ຈະຮ່ວມກັບອົງການປົກຄອງທ້ອງຖິ່ນຕ່າງໆໃນການຟື້ນຟູປ່າໄມ້ທີ່ຊຸດໂຊມໃຫ້ໄດ້ 36.450 ເຮັກຕາ.
ຂະແໜງປ່າໄມ້ຍັງໄດ້ເວົ້າຕື່ມວ່າ: ກິດຈະກໍາປູກຕົ້ນໄມ້ໃນໂອກາດວັນດັ່ງກ່າວຢູ່ແຂວງສະຫວັນນະເຂດແມ່ນຈັດຢູ່ 3 ຈຸດຄື: ປູກໄມ້ພັນພື້ນເມືອງ (ມີຕົ້ນດອກຄູນ, ຕົ້ນສົ້ມພໍ່, ຕົ້ນດອກຈໍາປາ ແລະ ໄມ້ປະດັບອື່ນໆຕາມແຄມທາງ, ປູກຕົ້ນໄມ້ຕ່າງໆຢູ່ປ່າສະຫງວນ-ປ່າປ້ອງກັນ ດົງນາຕາດ ຊຶ່ງເປັນການຟື້ນຟູປ່າດົງນາຕາດ ດ້ວຍການປູກເສີມກ້ອງປ່າ ແລະ ປູກຕົ້ນໄມ້ຕ່າງໆຢູ່ປ່າສະຫງວນ ດົງພູວຽງ ເມືອງພີນ ປະກອບມີເບ້ຍໄມ້ດູ່, ແຕ້ຄ່າ, ສົ້ມຝາດ, ແຕ້ຮໍ ແລະ ໄມ້ອື່ນໆ.
ຂໍ້ມູນ-ພາບ: ສພຂ