Vientiane Times Lao
ສະຫວັນນະເຂດ ກຽມຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ 

ສະຫວັນນະເຂດ ກຽມຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ 

ອົງການປົກຄອງແຂວງສະຫວັນນະເຂດ ກຽມຈັດຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ ກໍຄືແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ໃຫ້ກັບມາມີບັນຍາກາດຟົດຟື້ນອີກຄັ້ງ ຊຶ່ງຈະຈັດຂຶ້ນໃນວັນທີ 13​ ພະຈິກ 2022 ທີ່ຈະມາເຖິງນີ້ ທີ່ນະຄອນ ໄກສອນພົມວິຫານ ເພື່ອສ້າງຂະບວນການອັນຟົດຟື້ນ, ກະຕຸ້ນ ເສດຖະກິດ ແລະ ການທ່ອງທ່ຽວຂອງ 2 ປະເທດ.

ການຈັດກິດຈະກໍາດັ່ງກ່າວໃນຄັ້ງນີ້ ແມ່ນແນໃສ່ສົ່ງເສີມການທ່ອງທ່ຽວ ເຊື່ອມໂຍງສາຍສໍາພັນທ່ອງທ່ຽວ ລາວ-ໄທ ທັງເປັນການຟື້ນຟູເສດຖະກິດ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາແຂວງສະຫວັນນະເຂດໃຫ້ຫຼາຍຂຶ້ນ ພາຍຫຼັງຈາກການເປີດປະເທດ ຢ່າງເຕັມຮູບແບບ ເນື່ອງຈາກໃນໄລຍະທີ່ຜ່ານມາໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ບັນດາທຸລະກິດໃນຂະແໜງການ ທ່ອງທ່ຽວຂອງແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເປັນຕົ້ນແມ່ນຜູ້ໃຫ່້ບໍລິການດ້ານທີ່ພັກ, ຮ້ານອາຫານ, ຮ້ານບັນເທີງ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆ ແມ່ນຖືກກະທົບຢ່າງໜັກ.

ກິດຈະກຳຂອງຄາຣາວານດັ່ງກ່າວປະກອບມີ:  ການຮ່ວມຂະບວນຂີ່ລົດຖີບມິດຕະພາບລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ຕາມລາຍການທ່ອງທ່ຽວ ເຊັ່ນ: ເຂົ້ານະມັດສະການພະທາດອິງຮັງ ແລະ ບູຊາ ຮູບປັ້ນພຣະຍານາກ ເພື່ອເປັນສິລິມຸງຄຸນ ແລະ ຂີ່ລົດທ່ຽວຊົມທັດສະນີຍະພາບແຄມຂອງ, ມົນສະເໜ່ຂອງຕົວເມືອງເກົ່າ ແລະ ແຫຼ່ງທ່ອງທ່ຽວອື່ນໆ; ຊົມການສະແດງສິລະປະ-ວັດທະນະທໍາ, ບົດຟ້ອນ, ຂັບລໍາ ແລະ ການສະແດງ ທີ່ເປັນເອກະລັກຂອງແຂວງ ກໍຄືນະຄອນໄກສອນພົມວິຫານ. ພ້ອມນັ້ນ, ໃນຄໍ່າຄືນຂອງວັນທີ 13 ພະຈິກ 2022 ແມ່ນຈະມີການຕ້ອນຮັບນັກທ່ອງທ່ຽວທີ່ຄ້າງຄືນຈໍານວນໜຶ່ງ ໂດຍການບາສີສູ່ຂວັນ, ຮ່ວມແລກປ່ຽນວັດທະນະທໍາ 2 ຝັ່ງຂອງ ລາວ-ໄທ ແລະ ໃນຕອນເຊົ້າວັນທີ 14 ພະຈິກ 2022 ມີການໃສ່ບາດ 2 ຝ່ັ່ງຂອງ ເຊື່ອມໂຍງການທ່ອງທ່ຽວຮ່ວມ ກັນ.

ຂໍ້ມູນ: ໜັງສືພິມ ສຶກສາກີລາ

Related Articles

Leave a Reply