ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈະຈັດງານຄາຣາວານລົດຖີບ ທ່ອງທ່ຽວ 2 ຝັ່ງ ລາວ- ໄທ ຄັ້ງທີ11 ໃນວັນທີ 23 ກຸມພາ 2025 ນີ້ ເພື່ອແນ່ໃສ່ໂຄສະນາປະຊາສຳພັນດຶງດູດນັກທ່ອງທ່ຽວ.
ກິດຈະກໍາ ຄາຣາວານລົດຖີບ ຄັ້ງນີ້ ຈະມີໄລຍະທາງຍາວເຖິງ 30 ກິໂລແມັດ ຊຶ່ງຈຸດເລີ່ມປ່ອຍລົດ ຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ເຂົ້າຕົວເມືອງນະຄອນໄກສອນ ພົມວິຫານ ອອກໄປບຶງວະມຸ່ງໜ້າໄປທາດອີງຮັງ ແລ້ວກັບມາອອກໃສ່ບ້ານດົງຫົວຄໍາ ຫຼັກ12 ມຸ່ງໄປສິ້ນສຸດຢູ່ຂົວມິດຕະພາບ ລາວ-ໄທ ຈຸດປ່ອຍລົດ.
ຄາດຄະເນ ຈະມີຄະນະນໍາ ແລະ ນັກຖີບລົດ ຈາກສະຫວັນນະເຂດ ແລະ ມຸກດາຫານ ຈໍານວນ 400 ກວ່າຄົນ ເຂົ້າຮ່ວມກິດຈະກໍາຄັ້ງນີ້.
ທີ່ມາ: ສະຫວັນພັດທະນາ ຂ່າວ