Vientiane Times Lao
ສະຫວັນນະເຂດ ສືບຕໍ່ສົ່ງເສີມການຜະລິດເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

ສະຫວັນນະເຂດ ສືບຕໍ່ສົ່ງເສີມການຜະລິດເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

ຄະນະສະເພາະກິດ ຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ ໄດ້ລົງສຳຫຼວດພື້ນຖານການຜະລິດ, ການປູກຝັງ ແລະ ການລ້ຽງສັດ ຂອງປະຊາຊົນ ຢູ່ບັນດາຕົວເມືອງຕ່າງໆ ໃນວັນທີ 24 ເມສາ 2020 ເພື່ອສົ່ງເສີມການຮອງຮັບດ້ານສະບຽງອາຫານໃຫ້ພຽງພໍກັບການປ້ອນຕະຫຼາດ ພາຍໃນແຂວງ.

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ທັງເປັນປະທານສະເພາະກິດຂອງແຂວງສະຫວັນນະເຂດ ໄດ້ເນັ້ນໜັກໃຫ້ ພະແນກກະສິກຳ-ປ່າໄມ້ ແຂວງ ຈົ່ງພ້ອມກັນເອົາໃຈໃສ່ ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ຖືກຕາມເຕັກນິກວິຊາການ ເພື່ອຕອບສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການ. ເນັ້ນໜັກໃຫ້ພະແນກອຸດສາຫະກຳ-ການຄ້າ ແຂວງ ຈົ່ງເອົາໃຈໃສ່ຄວບຄຸມລາຄາສິນຄ້າ ຕາມທ້ອງຕະຫຼາດ ໃຫ້ເໝາະສົມລະຫວ່າງຜູ້ຊື້ ແລະ ຜູ້ຂາຍ, ນອກນັ້ນ ກໍ່ຕ້ອງໄດ້ມີການສ້າງຕັ້ງກຸ່ມການຜະລິດ, ການປູກ, ການລ້ຽງ ແລະກຸ່ມຊື້-ຂາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸກຝ່າຍ.

ພ້ອມດຽວກັນ ຍັງໄດ້ຮຽກຮ້ອງມາຍັງເຈົ້າຂອງ ໂຮງຂ້າສັດ ເຊິ່ງເປັນຜູ້ຈຳໜ່າຍປ້ອນຕະຫຼາດ ຈົ່ງພ້ອມກັນເອົາໃຈໃສ່ໃນການປັບປຸງຄຸນນະພາບ, ຄວາມສະອາດ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ, ພ້ອມທັງໃຫ້ມີການຈັດຕັ້ງກຸ່ມຜູ້ຂາຍຢູ່ຕະຫຼາດຕ່າງໆ, ເພື່ອຄວາມເປັນລະບຽບ ແລະ ສາມາດຄວບຄຸມໄດ້.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມ ສະຫວັນພັດທະນາ)

ພາບ: ໜັງສືພິມ ສະຫວັນພັດທະນາ

Related Articles

Leave a Reply