Visit BigblueAgency
ສະຫວັນນະເຂດ ສຸມໃສ່ພັດທະນາພື້ນຖານໂຄງລ່າງຕາມແລວເສດຖະກິດ

ສະຫວັນນະເຂດ ສຸມໃສ່ພັດທະນາພື້ນຖານໂຄງລ່າງຕາມແລວເສດຖະກິດ

ບັນດາ 6 ໂຄງການຍ່ອຍຂອງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ຫຼື GMS ໄດ້ມີການເຊັນສັນຍາໃນບໍ່ດົນມານີ້ທີ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ໂຄງການດັ່ງກ່າວໄດ້ມີການເຊັນສັນຍາຮ່ວມມື ລະຫວ່າງບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງ ໂຄງການ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ສະຫວັນນະເຂດ ທັງເປັນປະທານຄະນະຊີ້ນຳໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ.

ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການ ພັດທະນາຕົວເມືອງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງ ໄດ້ກ່າວລາຍງານໂດຍຫຍໍ້ກ່ຽວກັບໂຄງການດັ່ງກ່າວວ່າ: ສຳລັບການ ເຊັນສັນຍາໃນມື້ນີ້ ແມ່ນການເຊັນສັນຍາວຽກເພີ່ມຈາກສັນຍາແມ່ທີ່ໄດ້ຮັບການຈັດຕັ້ງປະຕິບັດມາກ່ອນແລ້ວ ໂຄງການຍອຍນີ້ມີ 6 ສັນຍາທີ່ປະກອບມີ ໂຄງການບຳບັດນ້ຳເປື້ອນຫ້ວຍລົງກົງ ໃນເນື້ອທີ່ 2,7 ເຮັກຕາ ແລະ ວາງທໍ່ນ້ຳເປື້ອນຈາກສະໜາມຂີ້ເຫຍື້ອເກົ່າລົງຫາບ່ອນບຳບັດສະໜາມໃໝ່, ໂຄງການກໍ່ສ້າງເສັ້ນທາງປູຢາງອາສຟານເຂົ້າສູ່ສະໜາມບິນ ຄວາມຍາວ 730 ແມັດ, ໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ທ່າບັກເກົ່າຫາເສັ້ນທາງຄັນທະບູລີ-ສວນສາທາລະນະກຸວໍລະວົງ ຄວາມຍາວ 459,5 ແມັດ, ໂຄງການກໍ່ສ້າງເສັ້ນທາງເບຕົງຈາກເສັ້ນທາງສັນຕິພາບຫາເສັ້ນທາງສີສະຫວ່າງວົງ ຖະໜົນສຸຂາວະດີ ຍາວ 292 ແມັດ, ໂຄງການກໍ່ສ້າງທາງເຂົ້າສູ່ຊຸມຊົນບ້ານ ອາໂລນ ເມືອງເຊໂປນ ຍາວ 673 ແມັດ, ປູຢາງໜຽວ 2 ຊັ້ນ, ໂຄງການກໍ່ສ້າງເສັ້ນທາງເຂົ້າສູ່ຊຸມຊົນບ້ານນາໂພ ເມືອງພີນ ຍາວ 619 ແມັດ.

ທ່ານ ພົມມາ ໄດ້ກ່າວຕື່ມວ່າ: ບັນດາໂຄງການເຫຼົ່ານີ້ແມ່ນຈະສຳເລັດການກໍ່ສ້າງໃນປີ 2021 ຫຼື ພ້ອມກັບໂຄງການແມ່ ທີ່ມີ 7 ໂຄງການ ຊຶ່ງຈະເຮັດໃຫ້ ແຂວງສະຫວັນນະເຂດ ກາຍເປັນແຂວງທີ່ມີພື້ນຖານໂຄງລ່າງທີ່ຄົບວົງຈອນ ແລະ ຈະກາຍເປັນແຂວງທີ່ມີຄວາມສະອາດງາມຕາ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລວມທັງນັກລົງທຶນເຂົ້າມາລົງທຶນພາຍໃນແຂວງ ໃຫ້ຫຼາຍກວ່າທີ່ຜ່ານມາ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply