Vientiane Times Lao
ສະເຫຼີມສະຫຼອງ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມວຽງຈັນທາຍ

ສະເຫຼີມສະຫຼອງ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມວຽງຈັນທາຍ

ໜັງສືພິມພາສາອັງກິດ ສະບັບທຳອິດຂອງປະເທດລາວ, ວຽງຈັນທາຍ ຈັດງານສະເຫຼີມສະຫຼອງ ຄົບຮອບ 30 ປີ ສະທ້ອນເຖິງຄວາມສຳເລັດ, ບົດບາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມພາສາຕ່າງປະເທດ.

ພິທີດັ່ງກ່າວ ຈັດຂຶ້ນ ໃນວັນທີ 9 ເມສາ 2024, ທີ່ໂຮງແຮມ Landmark Riverside, ໂດຍມີທ່ານ ນ. ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ອຸບປະທູດ ຕ່າງປະເທດປະຈໍາ ສປປ ລາວ, ອະດີດການນຳໜັງສືພິມວຽງຈັນທາຍ, ບັນດາຜູ້ສະໜັບສະໜູນ ແລະ ພະນັກງານວຽງຈັນທາຍ ເຂົ້າຮ່ວມ.

ໜັງສືພິມວຽງຈັນທາຍສະບັບທໍາອິດໄດ້ຈັດພິມອອກໃນວັນທີ 7 ເດືອນ ເມສາ ປີ 1994, ເຊິ່ງເປັນວັນດຽວກັນກັບການເປີດຂົວມິດຕະພາບລາວ-ໄທ ແຫ່ງທໍາອິດ. ໂດຍມີຈຸດປະສົງໃນການສ້າງຕັ້ງໜັງສືພິມພາສາອັງກິດ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ສປປ ລາວ ກໍ່ຄືພັກປະຊາຊົນປະຕິດວັດລາວໃນການເປີດກ້ວາງການພົວພັນຮ່ວມມືກັບໂລກພາຍນອກພາຍຫຼັງທີ່ພັກປະຊາຊົນປະຕິວັດລາວໄດ້ດຳເນີນນະໂຍບາຍການປ່ຽນ ແປງໃໝ່ໃນປີ 1986. ໃນໄລຍະຕົ້ນໄດ້ພິມໜັງສືພິມອອກເປັນລາຍສັບປະດາ ມີ 16 ໜ້າເປັນພາບຂາວ-ດຳ ແລະ ຈັດໜ້າໃນຮູບແບບການຕັດຕໍ່ດ້ວຍມື. 

ໜັງສືພິມວຽງຈັນທາຍ ໄດ້ບັນທຶກປະຫວັດສາດຂອງຊາດ ແລະ ລາຍງານຂ່າວເຫດການເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ອອກສູ່ໂລກໄດ້ຢ່າງກວ້າງຂວາງ ແລະ ໄປເຖິງກຸ່ມເປົ້າໝາຍ, ເຊິ່ງໃນໄລຍະຕົ້ນ ເປັນລາຍສັບປະດາ, ຕໍ່ມາປີ 1996 ເປັນລາຍປັກ ອອກອາທິດໜຶ່ງ 2 ຄັ້ງ ແລະ ໃນ ປີ 2004 ໄດ້ພິມອອກເປັນລາຍວັນ ແຕ່ວັນຈັນເຖິງວັນສຸກ, ປີ 2007 ໄດ້ພິມໜັງສືພິມທ້າຍສັບປະດາອອກ, ເຊິ່ງປະກອບມີ 6 ສະບັບຕໍ່ອາທິດ.

ໜັງສືພິມພາສາຕ່າງປະເທດແມ່ນໜຶ່ງໃນບັນດາສື່ຫຼັກຂອງລັດຖະບານ, ເຊິ່ງຂຶ້ນກັບກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ເຊິ່ງປັດຈຸບັນປະກອບດ້ວຍຫຼາຍຄໍລໍາ ເປັນຕົ້ນ ຂ່າວພາຍໃນ, ຂ່າວຕ່າງປະເທດ, ຂ່າວທຸລະກິດ, ຂ່າວບັນເທິງ ແລະ ຂ່າວກິລາ. ນອກນັ້ນ ຍັງມີຄໍລໍາບົດ ເຊັ່ນ: ສຶກສາ, ສາທາ, ວັດທະນະທໍາ, ທ່ອງທ່ຽວ ແລະ ບົດຄວາມເຫັນຈາກສັງຄົມທີ່ມີຫົວຂໍ້ແຕກຕ່າງກັນໃນແຕ່ລະໄລຍະຂອງສະພາບແວດລ້ອມຕົວຈິງຂອງສັງຄົມ.

ໃນປີ 1999 ໜັງສືພິມໄດ້ສ້າງເວັບໄຊ, ເຊິ່ງເປັນເວັບໄຊຂອງສື່ມວນຊົນລາວທໍາອິດ, ຂຶ້ນຢ່າງເປັນທາງການໂດຍແນໃສ່ເຮັດໃຫ້ຂ່າວລາວ ໄດ້ກະຈາຍອອກສູ່ໂລກພາຍນອກໄວທັນກັບສະພາບການ, ກວ້າງຂວາງ ແລະ ໄປເຖິງຫຼາຍກຸ່ມເປົ້າໝາຍ. ໃນປີ 2001 ໜ່ວຍງານດັ່ງກ່າວກໍໄດ້ສ້າງຖານຂໍ້ມູນເພື່ອບັນທຶກເນື້ອໃນໜັງສືພິມທັງໝົດໄວ້ໃນລະບົບຖານຂໍ້ມູນ;

ໜັງສືພີມ ວຽງຈັນທາຍ ຍັງໄດ້ພັດທະນາໂປຣແກຣມວັດຈະນານຸກົມລາວ-ອັງກິດ-ລາວ ແລະ ລາວ-ລາວຂຶ້ນເພື່ອຮັບໃຊ້ພາຍໃນໜັງສືພິມ ແລະ ສັງຄົມທົ່ວໄປ. ທີມງານດັ່ງກ່າວຍັງຊ່ວຍສ້າງເວັບໄຊໃຫ້ອົງການສື່ມວນຊົນອື່ນໆໃນລາວ ແລະ ໃນປີ 2004 ວຽງຈັນທາຍກໍໄດ້ເລີ່ມໃຫ້ລູກຄ້າຈອງອ່ານຂ່າວໄດ້ຢູ່ເວັບໄຊ.

ນັບແຕ່ປີ 2005 ໜັງສືພິມໄດ້ເປັນສະມາຊິກຂອງອົງການເຄືອຂ່າຍຂ່າວພາກພື້ນ ແລະ ສາກົນ ເຊັ່ນ: ອົງການ asia news network, ທີ່ມີຢູ່ໃນ 20 ປະເທດທີ່ມີຄໍາຂວັນວ່າ “ຂ່າວອາຊີໂດຍນັກຂ່າວອາຊີ.”; ພ້ອມນີ້ ຍັງໄດ້ເຊັນສັນຍາ ແລກປ່ຽນຂ່າວກັບສໍານັກຂ່າວ ຫຼາຍກວ່າ 14 ສຳນັກຈາກທົ່ວໂລກ.

ນັບແຕ່ປີ 2009 ວຽງຈັນທາຍໄດ້ເພີ່ມຜະລິດຕະພັນສື່ຂອງຕົນ ເຊັ່ນ: ບໍລິການຂ່າວຂໍ້ຄວາມສັ້ນພາສາລາວແລະອັງກິດຜ່ານບໍລິສັດລາວໂທລະຄົມ LTC, Unitel ແລະ ETL, ສ້າງໜ້າຂ່າວຢູ່ສື່ອອນລາຍເຟສບຸກ, ຢູທູບ, ເວັບໄຊພາສາລາວ, ພາສາຈີນ ແລະ ໜ້າຕິກຕ໋ອກ. 

ໜັງສືພິມພາສາຕ່າງປະເທດໄດ້ກາຍເປັນເວທີຂອງມະຫາຊົນແລະເປັນອົງການສື່ມວນຊົນແຫ່ງໜຶ່ງທີ່ມີບັນດາແຂກລາວ, ຕ່າງປະເທດມາຢ້ຽມຢາມ ແລະ ຝຶກງານ, ເປັນຕົ້ນ ນັກຮຽນປະຖົມ, ມັດທະຍົມ, ນັກຂ່າວ, ນາງ ງາມສາວລາວ, ນັກທຸລະກິດ ແລະ ນັກການທູດ.

ໃນພິທີອັນສຳຄັນ ແລະ ມີຄວາມໝາຍດັ່ງກ່າວ ທ່ານ ທອງຫຼໍ່ ດວງສະຫວັນ ໄດ້ກ່າວຄຳຂອບໃຈຕໍ່ ການນຳພັກລັດ, ບັນດາສະຖານທູດ, ນັກທຸລະກິດຜູ້ປະກອບການ ທີ່ໄດ້ໃຫ້ການຊ່ວຍພັດທະນາໜັງສືພິມວຽງຈັນທາຍທາງດ້ານເຫື່ອແຮງ, ວັດຖຸ ແລະ ປັດໄຈ ເປັນເວລາ 30 ປີ ຜ່ານມາ ລວມທັງໄລຍະຕົ້ນ, ໄລຍະກາງ ແລະ ປັດຈຸບັນ.

ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວລາວ ແລະ ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພີມ ວຽງຈັນທາຍ ໄດ້ ຫວນຄືນ ເຖິງມູນເຊື້ອ, ສິ່ງທ້າທາຍ ແລະ ອຸດົມການອັນໜັກແໜ້ນ ທີ່ເຮັດໃຫ້ວຽງຈັນທາຍ ຜ່ານຝ່າອຸປະສັກມາຮອດທຸກມື້ນີ້ໄດ້.

ອະດີດຫົວໜ້າບັນນາທິການໃຫຍ່ ວຽງຈັນທາຍ ກ່າວວ່າ:  “ຕະຫຼອດ 30 ປີ ຜ່ານມາ ວຽງຈັນທາຍ ໄດ້ຍຶດໝັ້ນ ຈິດໃຈ, ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ນັບແຕ່ມື້ເກີດຂອງຕົນ, ວຽງຈັນທາຍ ກໍປະສົບຄວາມສໍາເລັດທີ່ໜ້າຊື່ນຊົມໃນການໂຄສະນາ ຕ່າງປະເທດ ສາມາດເປັນແຫຼ່ງຂ່າວຂ້ໍມູນທາງການສໍາຄັນທີ່ໜ້າເຊື່ອຖືເທົ່າທຸກມື້ນີ້ໄດ້”

ໃນພິທີດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍາເກດ ຍັງໄດ້ມອບ ຫຼຽນໄຊແຮງງານ ຊັ້ນສອງ ໃຫ້ທ່ານ ດາວວອນ ພະຈັນທະວົງ ຜູ້ສະໜັບໜູນໜັງສືພິມ ວຽງຈັນທາຍ ຕັ້ງແຕ່ສະບັບທຳອິດ ຈົນຮອດປັດຈຸບັນ, ມອບແຜ່ນຈາລຶກຜົນງານການປະກອບສ່ວນພັດທະນາໜັງສືພິມວຽງຈັນທາຍ ໃຫ້ສະຖານທູດ ອົດສະຕຣາລີ ປະຈຳລາວ ແລະ ສະຖານທູດ ຣາຊະອານາຈັກ ອັງກິດ ປະຈຳລາວ. ມອບ ໃບຍ້ອງຍໍ  ໃຫ້ກັບບັນດາ ຜູ້ສະໜັບສະໜູນ ແລະ ບັນດາພະນັກງານ ຜູ້ທີ່ປະກອບສ່ວນວັດຖຸ, ປັດໄຈ ແລະ ເຫື່ອແຮງ ຊ່ວຍພັດທະນາໜັງສືພິມວຽງຈັນທາຍໃນໄລຍະ 30ປີ ຜ່ານມາ.

Related Articles

Leave a Reply