ສະໜາມກິລາສຳລັບພິທີ ເປີດ-ປິດງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຫຼື ຊຽງຂວາງເກມ 2020 ຈະມອບ-ຮັບໃນເດືອນເມສາ ນີ້ ເຖິງແມ່ນວ່າຈະເລື່ອນການຈັດງານດັ່ງກ່າວກໍ່ຕາມ.
ທ່ານ ທອງສີ ພັນທະວອນ, ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ກ່າວວ່າ: ແຜນເບື້ອງຕົ້ນຈະມີພິທີມອບ-ຮັບສະໜາມກິລາດັ່ງກ່າວ ໃນວັນທີ 7 ມີນາ ຜ່ານມາ, ແຕ່ເລື່ອນມາຈັດໃນເດືອນເມສາ. ເພາະວ່າ, ຍັງລໍຖ້າການກໍ່ສ້າງໄຫຫີນ ທີ່ເປັນສັນຍາລັກຂະໜາດໃຫຍ່ “ຊຽງຂວາງເກມ 2020” ໃນບໍລິເວນສະໜາມ ກິລາ ເປີດ-ປິດງານດັ່ງກ່າວ, ເຊິ່ງການກໍ່ສ້າງດັ່ງກ່າວຈະໃຫ້ສໍາເລັດໃນເດືອນໜ້ານີ້.
ງານມະຫາກຳກິລາແຫ່ງຊາດຄັ້ງນີ້, ໄດ້ຖືກກຳນົດໃນວັນທີ 22 ມີນາ ເຖິງວັນທີ 1 ເມສາ, ແຕ່ວ່າໄດ້ມີການເລື່ອນເວລາອອກໄປບໍ່ມີກໍານົດ ເພື່ອປ້ອງກັນການລະບາດຂອງ COVID-19 ທີ່ອາດຈະເກີດຂຶ້ນ.
ຂ່າວ – ພາບ: ວຽງຈັນທາຍ