
ສາຍການບິນ Vietjet ບັນລຸຂໍ້ຕົກລົງປັບປຸງການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
ກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປປລາວ ແລະ ສາຍການບິນ Vietjet ປະກາດຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງປະເທດລາວ-ຫວຽດນາມ.
ພິທີປະກາດດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໂດຍມີທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປ ລາວ ເປັນສັກຂີພະຍານ ແລະ ທ່ານ ໂຕ່ ລໍ່າ ປະທານປະເທດແຫ່ງສສ ຫວຽດນາມພ້ອມແຂກຜູ້ມີກຽດລະດັບສູງຂອງທັງສອງປະເທດ.
ສາຍການບິນ Vietjet ຈະຮ່ວມມືກັບກົມການບິນພົນລະເຮືອນຂອງລາວເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ
ແລະຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວເຊີ່ງໄດ້ຄາດວ່າຈະສ້າງວຽກເຮັດງານທຳໃໝ່ໃຫ້ບຸກຄະລາກອນໃນຂະແໜງການບິນໄດ້ເຖິງ 2.500 ຄົນ, ສາຍການບິນຍັງມີແຜນຈະສ້າງຕັ້ງສູນຝຶກອົບຮົມ ແລະ ພັດທະນາໃນປະເທດລາວຮ່ວມກັບສະຖາບັນຝຶກອົບຮົມການບິນ Vietjet ເພື່ອຕິດຕາມກວດກາການຝຶກອົບຮົມພະນັກງານໃໝ່ໃນລະດັບສາກົນ.
ໃນທາງກົງກັນຂ້າມ, ການເປັນຄູ່ຮ່ວມງານຂອງສາຍການບິນກົມການບິນພົນລະເຮືອນລາວຈະໃຫ້ການສະໜັບສະໜູນດ້ານບໍລິຫານ, ກົດໝາຍ ແລະ ສິ່ງອຳນວຍຄວາມສະດວກ ຕະຫຼອດຈົນເຖິງການປະສານງານກັບອົງກອນຕ່າງໆເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.
ຄວາມມຸ່ງໝັ້ນຂອງສາຍການບິນ Vietjet ໃນການຂະຫຍາຍການເຊື່ອມຕໍ່ທາງອາກາດໃນປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຫຍັດ ແລະ ການບໍລິການທາງທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ.
ການຂະຫຍາຍຕົວທຸລະກິດຂອງສາຍການບິນຂອງ Vietjet ມາປະເທດລາວໃນຕົ້ນປີນີ້ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈິມິນດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດດ້ວຍເວລາໃນການບິນພຽງ1ຊົ່ວໂມງ45ນາທີ. ບັນດາຂໍ້ລິເລີ່ມນີ້ໄດ້ແນໃສ່ການຊຸກຍູ້ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ,ການເຊື່ອມຕໍ່ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະເທດລາວ ແລະ ປະເທດເພື່ອນບ້ານໃນພາກພື້ນ.
ກະຊວງໂຍທາທິການ ແລະ ຂົນສົ່ງລາວໄດ້ຊົມເຊີຍການສະໜັບສະໜູນ ແລະ
ຄວາມສາມາດຂອງສາຍການບິນ Vietjet ເຊີ່ງເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄຶອຂ່າຍການບິນໄດ້ຢ່າງວ່ອງໄວ.
ຂໍ້ຕົກລົງທີ່ປະກາດໃນມື້ນີ້ຍັງສອດຄ່ອງກັບເປົ້າໝາຍ ແລະ
ທິດທາງລວມຂອງລັດຖະບານທັງສອງປະເທດໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມລະຫວ່າງລັດຖະບານຫວຽດນາມ
ແລະ ສປປ ລາວໃນໄລຍະ 2016-2025.
ໃນປີ 2023, ສາຍການບິນ Vietjet ໄດ້ເປີດສູນຝຶກອົບຮົມເຮືອບິນລະດັບພາກພື້ນໂດຍມີການຮ່ວມມືກັບສາຍການບິນລາວແອລາຍໃນຕົ້ນປີທີ່ຜ່ານມາ.
ສາຍການບິນໄດ້ເປີດໂຕເສັ້ນທາງທຳອິດລະຫວ່າງລາວ ແລະ ຫວຽດນາມເຊີ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ
ແລະ ນະຄອນໂຮ່ຈີມິນ. ການບໍລິການທາງອາກາດໄດ້ສະເໜີໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງທີ່ສະດວກ
ແລະ ມີຄວາມຫຼາກຫຼາຍລະຫວ່າງສອງປະເທດ.
ສໍາລັບການເຊື່ອມຕໍ່ຖ້ຽວບິນໄປອົດສະຕຣາລີ, ອິນເດຍ,
ເກົາຫຼີໃຕ້, ຍີ່ປຸ່ນ,
ຈີນ, ອິນໂດເນເຊຍ, ໄທ,
ສິງກະໂປ, ມາເລເຊຍ, ກາຊັດສະຖານ, ແລະ ອື່ນໆ.
ປັດຈຸບັນປະເທດຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນ
ແລະ ຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ສປປ ລາວ ທີ່ມີ 255 ໂຄງການລົງທຶນລວມມູນຄ່າທັງໝົດ 5,5 ຕື້ໂດລາສະຫະລັດ.
ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງທ່ຽວ,
ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ເຊີ່ງເປັນການສົ່ງເສີມການແລກປ່ຽນການຄ້າການພັດທະນາແບບຍືນຍົງ
ແລະ ການແບ່ງປັນຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ, ສສ ຫວຽດນາມ ແລະ ພາກພື້ນ.