Vientiane Times Lao
ສາຍດ່ວນ: 156 ຮັບໃຊ້ສົ່ງຄຳຄິດຄຳເຫັນຂອງຊາວລາວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

ສາຍດ່ວນ: 156 ຮັບໃຊ້ສົ່ງຄຳຄິດຄຳເຫັນຂອງຊາວລາວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

ບັນດາທ່ານພໍ່ແມ່ປະຊາຊົນ ຊາວລາວ ທີ່ອາໄສຢູ່ໃນປະເທດ ແລະ ຕ່າງປະເທດ ສາມາດສົ່ງຄຳຄິດຄຳເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຕາມ 3 ຊ່ອງທາງຄື: ສາຍດ່ວນ: 156, ອີເມວ: nalao.156@gmail.com ແລະ App: Laona.

ສໍາລັບ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ ໃນວັນທີ 10 ມິຖຸນາ 2024 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງຕ່າງໆ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ປິດລົງໃນວັນທີ 2 ກໍລະກົດ 2024 ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 17 ວັນ (ບໍ່ລວມວັນພັກລັດຖະການ).

Related Articles

Leave a Reply