Vientiane Times Lao
ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2020-2021

ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2020-2021

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 01 ກັນຍາ ແລະ ວັນເປີດໂທລະພາບການສຶກສາຢ່າງເປັນທາງການ, ຂ້າພະເຈົ້ົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງອັນຈິງໃຈ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ, ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້.

ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ການສຶກສາ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກໍາລັງແຮງ, ເປັນປັດໃຈສໍາຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດ ຂອງທຸກຍຸກທຸກສະໄໝ.

ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ, ພັກເຮົາຍາມໃດກໍ່ໃຫ້ທິດທາງ,ນະໂຍບາຍ ທີ່ໜັກແໜ້ນຕະຫຼອດມາວ່າ: : ການສຶກສາຕ້ອງໄປກ່ອນກ້າວໜຶ່ງ ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກ ທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວ ໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ເພື່ອໃຫ້ກາຍເປັນກໍາລັງແຮງໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນກ້າວໜ້າ ສືບຕໍ່ໄປ ຢ່າງບໍ່ຢຸດຢັ້ງ. ການລະບາດຂອງເຊື້ອພະຍາດໂຄວິດ-19 ນອກຈາກຈະສົ່ງຜົນກະທົບ ແລະ     ສິ່ງທ້າທາຍໃນການຮຽນ-ການສອນຢ່າງໃຫຍ່ຫຼວງ, ແຕ່ຂະແໜງການສຶກສາ ກໍ່ໄດ້ມີຄວາມພະຍາຍາມຫັນເອົາວິກິດນີ້ ເພື່ອປັບປຸງການປ່ຽນແປງໃໝ່ໃນລະບົບການສຶກສາເປັນຕົ້ນ ໄດ້ນໍາໃຊ້ ສື່ການຮຽນ-ການສອນອອນລາຍເຂົ້າໃນການຖ່າຍທອດຄວາມຮູ້ຢ່າງແຜ່ຫຼາຍໃນຊ່ວງທີ່ໂຈະການຮຽນແບບປົກກະຕິ, ຜົນງານທີ່ພົ້ນເດັ່ນອັນໃໝ່ຂອງຂະແໜງການສຶກສາ ແລະ ກິລາ ໄດ້ມີການເປີດນໍາໃຊ້ຊ່ອງໂທລະພາບຜ່ານດາວທຽມ ຊ່ອງ 8 (LAO ESTV) ເປັນຊ່ອງໂທລະພາບການສຶກສາ ແລະ ກິລາເປັນຄັ້ງທຳອິດຂອງຊາດລາວເຮົາ ທີ່ມີການຖ່າຍທອດທຸກມື້ ແຕ່ 5:00 ໂມງເຊົ້າ     ຈົນຮອດ 23:00 ໂມງ. ໃນໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄະນະນໍາກະຊວງສຶກສາທິການ ແລະ ກິລາ ທຸກຂັ້ນ ແລະ ນັກວິຊາການຈາກພາກສ່ວນທີ່ກ່ຽວຂ້ອງໃນການພັດທະນາລະບົບການຮຽນຜ່ານໂທລະພາບດັ່ງກ່າວ ທີ່ຖືວ່າເປັນບາດກ້າວຂະຫຍາຍຕົວ     ທີ່ສຳຄັນ ແລະ ເປັນປະໂຫຍດມະຫາສານຕໍ່ວົງການສຶກສາ ຂອງຊາດລາວເຮົາຕໍ່ໄປ.

ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ ສົກປີ 2020-2021 ໄດ້ມີບັນຍາກາດທີ່ດີ ແລະ ທັນກັບເວລາຕາມປະຕິທິນປີການສຶກສາຂອງແຕ່ລະຊັ້ນ, ແຕ່ລະສາຍ. ສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ລວມທັງພາກເອກະຊົນ ຈົ່ງເປັນເຈົ້າການຮ່ວມກັນກະກຽມຄວາມພ້ອມ ແລະ ອໍານວຍຄວາມສະດວກຕາມເງື່ອນໄຂ ແລະຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການຊັບຊ້ອນບັນຈຸຄູສອນ, ກະກຽມອາຄານສະຖານທີ່ຫ້ອງຮຽນ, ອຸປະກອນການສອນ-ການຮຽນ, ບ່ອນທີ່ພັກອາໄສຂອງຄູຢູ່ເຂດຫ່າງໄກສອກຫຼີກ ແລະ ດ້ານທີ່ຈໍາເປັນອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ແກ່ການສອນ-ການຮຽນຕະຫຼອດຮອດສົກຮຽນ ໃໝ່ໃຫ້ໄດ້ຮັບຜົນດີ. ພ້ອມທັງມີມາດຕະການປ້ອງກັນເຊື້ອພະຍາດອັກເສບປອດ COVID-19 ໂດຍການໝັ່ນລ້າງມືດ້ວຍສະບູ່ ຫຼື ນໍ້າຢາຂ້າເຊື້ອ, ສະໜອງຜ້າອັດປາກອັດດັງ, ກວດວັດອຸນຫະພູມຢ່າງເປັນປະຈຳ ໃຫ້ກາຍເປັນຄວາມເຄີຍຊິນໃນການດຳລົງຊີວິດປະຈຳວັນ ຂອງປະຊາຊົນເຮົາໂດຍສະເພາະບັນດານັກຮຽນນັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງພວກເຮົາ.

 ທ້າຍສຸດນີ້, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ,        ທະ ຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງມີຄວາມສຸກຄວາມຈະເລີນ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ. ອວຍພອນໃຫ້ສົກຮຽນ 2020-2021 ຈົ່ງໄດ້ຮັບຜົນສໍາເລັດ ອັນຈົບງາມ.

 

ຂ່າວ-ພາບ: ສນຍ

Related Articles

Leave a Reply