Vientiane Times Lao
ສານປະຊາຊົນແຂວງວຽງຈັນ ຕັດສິນປະຫານຊີວິດ ຈຳເລີຍ 2 ຄົນ

ສານປະຊາຊົນແຂວງວຽງຈັນ ຕັດສິນປະຫານຊີວິດ ຈຳເລີຍ 2 ຄົນ

ສານປະຊາຊົນແຂວງວຽງຈັນ ໄດ້ຕັດສິນຈໍາເລີຍ 2 ຄົນ ເມື່ອມໍ່ໆມານີ້ ຄື: ທ້າວ ວົວວ່າງ ອາຍຸ 25 ປີ, ອາຊີບ ເຮັດນາ ຢູ່ບ້ານ ຈອມຈຸກ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ, ທ້າວ ຈົງຈົວວື່ ອາຍຸ 50 ປີ, ອາຊີບເຮັດນາ ຢູ່ບ້ານ ນາໄຊ ເມືອງ ຜາໄຊ ແຂວງຊຽງຂວາງໃຫ້ປະຫານຊີວິດ ຍ້ອນທັງສອງມີຢາເສບຕິດຈໍານວນຫຼາຍໄວ້ໃນຄອບຄອງ.

ທັງສອງຖືກກັກຕົວ ຄັ້ງວັນທີ 10 ສິງຫາ 2019 ໃນຂໍ້ກ່າວຫາ ຂົນສົ່ງຢາໄອສ 25 ເປົາ ເທົ່າກັບ 500 ກິໂລກຣາມ ແລະ ໄດ້ຮິບ ຂອງກາງຢາໄອສ 25 ເປົາ ເທົ່າກັບ 500 ກິໂລກຣາມ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງທຳລາຍຖີ້ມ, ຢຶດລົດຍີ່ຫໍ້ ໂຕໂຍຕ່າ ປຣາໂດ່ ( TOYOTA PRADO) ສີຂາວ ໝາຍເລກທະບຽນ ຮກ 7999 ກຳແພງນະຄອນ ໂທລະສັບ ໂນເກຍ ສີດຳ 1 ໜ່ວຍ, ໂທລະສັບ ຢູນິເທວ 1 ໜ່ວຍ, ເງີນ ຈຳນວນ 1,000,000 ກີບ, ເງີນບາດ 5000 ບາດ ເຂົ້າເປັນຂອງລັດ.

ຂ່າວ: ປກສ ແຂວງວຽງຈັນ ດວງມະນີ

Related Articles

Leave a Reply