Vientiane Times Lao
ສານປະຊາຊົນແຂວງ ໄຊຍະບູລີ ປະກາດການແຕ່ງຕັ້ງ ບຸກຄະລາກອນ

ສານປະຊາຊົນແຂວງ ໄຊຍະບູລີ ປະກາດການແຕ່ງຕັ້ງ ບຸກຄະລາກອນ

ສານປະຊາຊົນແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດການແຕ່ງຕັ້ງ ບຸກຄະລາກອນໂດຍມີການແຕ່ງຕັ້ງ ປະທານສານປະຊາຊົນເຂດ 1 ແຂວງ ໄຊຍະບູລີ ແລະ ຮອງປະທານສານປະຊາຊົນເຂດ 2 ໄຊຍະບູລີໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສານປະຊາຊົນສູງສຸດ ແລະ ມີ ທ່ານ ຄໍາສິງ ສີບົວພັນ ປະທານສານປະຊາຊົນແຂວງ ໄຊຍະບູລີ.

 ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ຄື:

1. ແຕ່ງຕັ້ງທ່ານ ແຂກ ສີລາມາດ ຮັກສາການປະທານສານປະຊາຊົນເຂດ 1 ແຂວງ ໄຊຍະບູລີ ເປັນປະທານສານປະຊາຊົນເຂດ 1 ແຂວງ ໄຊຍະບູລີ

2.ແຕ່ງຕັ້ງທ່ານ ມະໂນສິດ ມາສາວົງດີ ຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ 2 ແຂວງ ໄຊຍະບູລີ ເປັນຮອງປະທານສານປະຊາຊົນເຂດ 2 ໄຊຍະບູລີ.

ແຫຼ່ງຂ່າວ: ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

Related Articles

Leave a Reply