Vientiane Times Lao
ສາມໝື່ນຕູບເຟືອງສະຖານທີ່ທ່ອງ ທ່ຽວ ແຫ່ງໃໝ່ຢູ່ເມືອງເຟືອງ

ສາມໝື່ນຕູບເຟືອງສະຖານທີ່ທ່ອງ ທ່ຽວ ແຫ່ງໃໝ່ຢູ່ເມືອງເຟືອງ

ບ້ານສາມໝື່ນຕູບເຟືອງ ( 30.0000 ຕູບເຟືອງ) ໄດ້ສ້າງຂື້ນເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວພາຍໃນເມືອງເຟືອງ ແຂວງວຽງຈັນ ໃນລະຫວ່າງການຈັດງານເທດສະການສາມໝື່ນຕູບເຟືອງ ປະຈໍາປີ 2022, ທີ່ບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ ໃນລະຫວ່າງວັນທີ 4-15 ທັນວາ 2022 ທີ່ຜ່ານມາ.

ທ່ານ ນາງ ວອນມະນີວົງ ສະເທີ້ນ ຜູ້ບໍລິຫານຈັດການບ້ານ ສາມໝື່ນຕູບເຟືອງ ໄດ້ກ່າວວ່າ: ໃນລະຫວ່າງການຈັດງານເທດສະການສາມໝື່ນຕູບເຟືອງທີ່ຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມງານດັ່ງກ່າວເປັນຈໍານວນຫຼາຍ ເຊີ່ງນັກທ່ອງທ່ຽວກໍ່ໄດ້ເຂົ້ານອນພັກທີ່ ຕູບເຟືອງຂອງພວກເຮົາທີ່ສ້າງຂື້ນດ້ວຍເຟືອງເຂົ້າ ແລະ ວັດສະດຸຈາກທໍາມະຊາດ.

ເຖີງແມ່ນວ່າ ງານເທດສະການດັງກ່າວ ຈະສໍາເລັດແລ້ວ, ແຕ່ພວກເຮົາຍັງຈະສືບຕໍ່ເປີດໃຫ້ນັກທ່ອງທ່ຽວເຂົ້າມານອນພັກໃນບ້ານຕູບເຟືອງຂອງພວກເຮົາໄປເລື້ອຍໆ ເຊິ່ງພວກເຮົາ ມີຫຼາຍກ່ວາ 40 ຕູບ ໂດຍມີຕູບເຟືອງຫຼາຍຂະໜາດໄວ້ໃຫ້ບໍລິການນັກທ່ອງທ່ຽວສາມາດເລືອກເຂົ້ານອນພັກຕູບເຟືອງຂອງພວກເຮົາ.

ສໍາລັບລາຄາຂອງຕູບເຟືອງແມ່ນເລີ່ມຕົ້ນ 200.000 ກີບ ຫາ 600.000ກີບ ອີງຕາມຂະໜາດແລະ ຊະນິດຂອງແຕ່ລະຕູບ ເຊິ່ງມີຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ໄວ້ບໍລິການນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ.

ນອກຈາກນັ້ນ ພວກເຮົາກໍ່ມີແຜນຈະປັບປຸງສິ່ງອໍານວຍຄວາມສະດວກອື່ນໆ ຕື່ມອີກເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍ ເວລາເຂົ້າມາໃຊ້ບໍລິການນອນພັກຕູບເຟືອງຂອງພວກເຮົາ.

ບ້ານຕູບເຟືອງແມ່ນເນັ້ນໃສ່ການບໍລິການນັກທ່ອງທ່ຽວໃຫ້ໄດ້ມາສໍາຜັດເຖີງວິຖີຊີວິດຂອງຊົນເຜົ່າທ້ອງຖີ່ນຂອງຊາວເມືອງເຟືອງ, ໄດ້ຮຽນຮູ້ເຖິງປະຫວັດຄວາມເປັນມາຂອງສາມໝື່ນຕູບເຟືອງ, ໄດ້ມາສໍາຜັດອາກາດສົດ ແລະ ທໍາມະຊາດຂອງເມືອງເຟືອງ, ກິນອາຫານພື້ນບ້ານສົດຈາກທໍາມະຊາດຂອງທ້ອງຖິ່ນເມືອງເຟືອງ.

ນອກຈາກນີ້, ບ້ານສາມໝື່ນຕູບເຟືອງກໍຍັງເນັ້ນໃຫ້ບໍລິການແບບມີຄວາມສະຫງົບ ບໍ່ມີສຽງເນືອງນັນຈາກສຽງເພງຕ່າງໆເພື່ອໃຫ້ນັກທ່ອງທ່ຽວໄດ້ສໍາຜັດເຖິງທໍາມະຊາດພູຜາອ້ອມຂ້າງຂອງຕູບເຟືອງໄດ້ເປັນຢ່າງດີ.

ໃນລະຫວ່າງພັກຜ່ອນໃນບ້ານຕູບເຟືອງນັກທ່ອງທ່ຽວສາມາດເຊົ່າຊຸດຊົນເຜົ່ານຸ່ງເຊິ່ງເປັນເອກະລັກຂອງຊາວເມືອງເຟືອງ ແລະ ມີຫຼາຍຊົນເຜົ່າພາຍໃນເມືອງ.

ທ່ານ ຄໍາເພັດ ຈັນສົມພູ ເຈົ້າເມືອງໆເຟືອງ ໄດ້ກ່າວວ່າ: ການຈັດງານເທດສະການ ສາມໝື່ນຕູບເຟືອງ ແມ່ນເພື່ອຄົ້ນຫາຕໍານານສືບສານມູນເຊື້ອສາມໝື່ນຕູບເຟືອງ ລືເລື່ອງຜາທໍ່ ໜໍ່ຄຳປິດສະໜາ ແດນວິລະຊົນ ແລະ ສືບສານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນກໍ່ຄືຂອງຊາດທີ່ເຄີຍມີມາແຕ່ບູຮານນະການທັງເປັນການສົ່ງເສີມກິດຈະກຳການທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນ ຫຼາກຫຼາຍ ສີສັນເພື່ອດຶງດູດເອົານັກທ່ອງທ່ຽວມາທ່ຽວເມືອງເຟືອງໃຫ້ຫຼາຍຂຶ້ນ, ທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳທີ່ເປັນແບບແຜນດຳລົງຊີວິດທີ່ເປັນເອກະລັກຕິດພັນກັບປະຫວັດສາດຄວາມເປັນມາຂອງສາມໝື່ນຕູບເຟືອງທີ່ເຄີຍຊ່າລື ແລະ ເພື່ອໃຫ້ປະຊາຊົນໄດ້ນຳເອົາຜົນຜະລິດກະສິກຳຂອງຕົນມາວາງສະແດງເພື່ອແລກປ່ຽນຊື້-ຂາຍໃຫ້ກາຍເປັນສິນຄ້າເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ພ້ອມນີ້ ຍັງເປັນການສ້າງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ເມືອງເຟືອງໄດ້ກໍານົດເອົາການຈັດງານ ບຸນເທສະການ ສາມໝື່ນຕູບເຟືອງ ເພື່ອໃຫ້ກາຍ ເປັນບຸນເທສະການປະຈໍາເມືອງເຟືອງໃນຕໍ່ໜ້າ ເຊິ່ງງານບຸນເທສະການດັ່ງກ່າວນີ້ແມ່ນຈະໄດ້ຈັດຂຶ້ນໃນແຕ່ລະປີ.

ທ່ານ ນາງ ສົມຄິດ ຈິດດາວົງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງເຟືອງ ກ່າວວ່າ: ປະຈຸບັນ ຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນເມືອງເຟືອງເພີ່ມຂື້ນສອງເທົ່າຕົວ ສະເພາະປີ 2022 ຜ່ານມານີ້, ມີນັກທ່ອງມາທ່ຽວເຂົ້າມາທ່ອງທ່ຽວເມືອງເຟືອງແລ້ວຫຼາຍກວ່າ 47.000 ເທື່ອຄົນ. ນັກທ່ອງທ່ຽວສ່ວນຫຼາຍແມ່ນນັກທ່ອງທ່ຽວຈາກປະເທດລາວ.

ສໍາລັບແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈ ແລະ ນັກທ່ອງທ່ຽວເດີນທາງມາທ່ຽວເມືອງເຟືອງຫຼາຍ ແມ່ນເຮືອນແພແຄມນໍ້າລີກ ແລະ ວັດສິນໄຊຍະລາມ ເຊິ່ງເປັນວັດທີ່ຕິດພັນກັບນິທານສັງສິນໄຊ ເຊິ່ງຕັ້ງຢູ່ລະຫວ່າງກາງຂອງຜາສອງໜ່ວຍ ແລະ ນັກທ່ອງທ່ຽວມັກຈະມາຂໍພອນໃນວັດແຫ່ງນີ້.

ປະຈຸບັນ, ການເດີນທາງເຂົ້າມາທ່ອງທ່ຽວພາຍໃນເມືອງເຟືອງແມ່ນມີຄວາມສະດວກສະບາຍແລ້ວ ເພາະເສັ້ນທາງແມ່ນໄດ້ຮັບການປູຢາງໝົດແລ້ວ. ຖ້າເດີນທາງຈາກນະຄອນຫຼວງວຽງຈັນຜ່ານທາງດ່ວນ ລົງທາງອອກເມືອງຫີນເຫີບ ແລ້ວເດີນທາງຕໍ່ໄປເມືອງເຟືອງກໍຈະໄຊ້ເວລາປະມານ 1 ຊົ່ວໂມງ 30 ນາທີ ເທົ່ານັ້ນ.

ພາບ-ຂ່າວ: ພ້ອມພົງ

Related Articles

Leave a Reply