Vientiane Times Lao
ສຳເລັດການທຳລາຍໂບມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ

ສຳເລັດການທຳລາຍໂບມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ

ໂຄງການເກັບກູ້ລະເບີດແຂວງຫົວພັນ ໄດ້ລົງພື້ນທີ່ທຳລາຍໂບມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ, ໃນວັນທີ 22 ຕຸລາ 2024 ຜ່ານມານີ້, ຊຶ່ງການທຳລາຍ ແມ່ນສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້ ແລະ ພໍ່ແມ່ປະຊາຊົນທຸກຄົນພາຍໃນບ້ານມີຄວາມປອດໄພ ເນື່ອງຈາກພໍ່ແມ່ປະຊາຊົນພາຍໃນບ້ານມີສ່ວນຮ່ວມ ບວກໃສ່ເຕັກນິກຂອງຊ່ຽວຊານ ທີ່ປະຕິບັດຕາມມາດຖານການແກ້ໄຂລະເບີດບໍ່ທັນແຕກ.

ການທຳລາຍໂບມໃຫຍ່ 750 ປອນ ແມ່ນນໍາໃຊ້ກະສອບຊາຍ 6.000 ກະສອບ, ດິນຊາຍ 200 ໂຕນ, ວາງອ້ອມຮອບ 360 ອົງສາ, ຂຸດຂຸມເລິກ 5 ແມັດ, ການຈັດຕັ້ງປະຕິບັດແມ່ນໄດ້ຕັດຟີວບົມຢູ່ສະຖານທີ່ຂົວບ້ານໂພນທອງ ຈຸດທີ່ພົບເຫັນໂບມ ແລ້ວເຄື່ອນຍ້າຍຈາກບ່ອນດັ່ງກ່າວໄປທຳລາຍຢູ່ຈຸດທີ່ໂຄງການເກັບກູ້ລະເບີດແຂວງຫົວພັນ ກຳນົດໄວ້ ຊຶ່ງຫ່າງຈາກບ້ານໂພນທອງ ປະມານ 4 ກິໂລແມັດ.

ການທຳລາຍໂບມໃຫຍ່ 750 ປອນ ໃນຄັ້ງນີ້ ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫົວພັນ, ຮອງປະທານຄະນະກຳມະການແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຫົວພັນ, ທ່ານ ມາກ ລັດເຊວ ຊ່ຽວຊານທີ່ປຶກສາປະຈໍາ TT ຜູ້ໃຫ້ທຶນໃນການທໍາລາຍລະເບີດ  ໃນຄັ້ງນີ້, ມີຄະນະຊ່ຽວຊານ ມາຈາກໂຄງການເກັບກູ້ລະເບີດແຫ່ງຊາດ, ໂຄງການເກັບກູ້ລະເບີດປະຈໍາແຂວງຫົວພັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ແຫຼ່ງຂ່າວ: ສື່ມວນຊົນແຂວງຫົວພັນ

Related Articles

Leave a Reply