ລັດຖະບານສິງກະໂປໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກປະກອບມີ ຜ້າຫົ່ມ, ຊຸດອາຫານ, ເຄື່ອງຕອງນໍ້າ ແລະ ອື່ນໆເພື່ອຊ່ວຍເຫຼືອສຸກເສີນແກ່ຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ.
ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ຢູ່ສະໜາມບິນສາກົນວັດໄຕ, ມອບໂດຍ ທ່ານ Sudesh Maniar ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.